ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ:ເສີມຂະຫຍາຍນ້ຳໃຈສາມັກຄີເພື່ອສ້າງສາແຂວງອຽນບ໋າຍໃຫ້ຮັ່ງມີເຂັ້ມແຂງ
ດິ່ງຕ໋ວນ -  
ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ
(ພາບປະກອບ)
(vovworld) – ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຜູ້ແທນບັນດາເຜົ່າແຂວງ ອຽນບ໋າຍ ຄັ້ງທີ 2 ປີ 2014, ຖືກດຳເນີນໄປໃນຕອນເຊົ້າວັນທີ 3/12, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ແຂວງ ອຽນບ໋າຍ ສືບຕໍ່ເອົາໃຈໃສ່ປະຕິບັດວຽກງານຊົນເຜົ່າ, ເສີມຂະຫຍາຍນ້ຳໃຈກຸ້ມຕົນເອງຂອງພໍ່ແມ່ປະຊາຊົນບັນດາເຜົ່າເພື່ອສ້າງສາແຂວງໃຫ້ນັບມື້ນັບພັດທະນາ. ທ່ານຮອງນາຍົກລັດຖະມົນຕີ ຖືວ່າ: ແຂວງ ອຽນບ໋າຍ ຄວນເອົາໃຈໃສ່ກ່ວາອີກເຖິງບັນດາເມືອງທຸກຍາກ, ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເອົາໃຈໃສ່ເຖິງດ້ານສຸຂະພາບຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນ ແລະ ເອົາໃຈໃສ່ເຖິງພາລະກິດສຶກສາເພື່ອແນໃສ່ຍົກສູງຄວາມຮູ້ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ພ້ອມທັງສຸມໃສ່ຮັກສາ ແລະ ເສີມຂະຫຍາຍບັນດາຈຸດດີງາມດ້ານວັດທະນະທຳຂອງເຂົາເຈົ້າ.
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕາງໜ້າໃຫ້ລັດຖະບານມອບເງິນໃຫ້ ສຸກສາລາ 5 ແຫ່ງ, ແຫ່ງລະ 5 ຕື້ດົ່ງເພື່ອກໍ່ສ້າງ ແລະ ຊື້ວັດຖຸອຸປະກອນ.
ດິ່ງຕ໋ວນ