ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມຂັ້ນສູງຂອງສປຊກ່ຽວກັບການປ້ອງກັນ,ຕ້ານເຊື້ອHIV/AIDS

ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມຂັ້ນສູງຂອງສປຊກ່ຽວກັບການປ້ອງກັນ,ຕ້ານເຊື້ອHIV/AIDS - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ທີ່ກອງປະຊຸມ
(ພາບ: VGP)

(vovworld) – ​ ກອງ​ປະຊຸມ​ຂັ້ນ​ສູງ​ຂອງສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ເຊື້ອ​​ HIV/AIDS ​ໄດ້ຈັດ​ຂຶ້ນ​​ໃນ​ລະຫວ່າງ​ວັນ​ທີ 8 – 10/6/2016 ທີ່​ສຳ​ນັກ​ງານ ສປຊ ຢູ່​ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ຂັ້ນ​ສູງ​ບັນດາ​ປະ​ເທດ ສະມາຊິກ ສປຊ, ປະທານ​ສະມັດຊາ​ໃຫຍ່ ສປຊ… ​ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ນຳ​ໜ້າ, ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຢັ້ງຢືນ​ວ່າ: ວຽກ​ງານ​ປ້ອງ​ກັນ, ຕ້ານການ​ຕິດ​ເຊື້ອ HIV/AIDS ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ສູງ​ສຸດ​ຂອງ​ລັດຖະບານ ຫວຽດນາມ, ​ແລະ ຍ້ອນ​ຄວາມ​ມານະ​ພະຍາຍາມ​ລວມນັ້ນ, ມາ​ຮອດ​ປະຈຸ​ບັນ HIV/AIDS ຢູ່ ຫວຽດນາມ ​ໄດ້​ຮັບ​ການ​ຄວບ​ຄຸມ​​ເທື່ອ​ລະ​ກ້າວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢັ້ງຢືນ​ວ່າ: ລັດຖະບານ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງຈະ​ຮ່ວມ​​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະຊາ​ຄົມ​ສາກົນ​ເພື່ອປ້ອງ​ກັນ, ຕ້ານການ​ຕິດ​ເຊື້ອ HIV ​ແລະ ລົບ​ລ້າງ AIDS.

        ຢູ່​ນອກ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ມີ​ການ​ພົບ​ປະ​ກັບ​ຜູ້ອຳນວຍການ​ບໍລິຫານ​ງານ​ໂຄງການ​ສົມທົບ​ຮ່ວມ​ຂອງ ສປຊ ກ່ຽວ​ກັບ HIV/AIDS, ຜູ້ອຳນວຍການ​ບໍລິຫານ​ງານ​ກອງ​ທຶນ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ AIDS, ພະຍາດວັນນະ​ໂລກ ​ແລະ ​ໄຂ້​ຍຸງ…


ຂ່າວ/ບົດ​ອື່ນ