ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມຂັ້ນສູງສະຫະປະຊາຊາດຢູ່ອາເມລິກາ

ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມຂັ້ນສູງສະຫະປະຊາຊາດຢູ່ອາເມລິກາ - ảnh 1
ທ່າ​ນຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ
(ພາບ: VGP)

(vovworld) – ​​ ​ ​ໃນ​ລະຫວ່າງ​ວັນ​ທີ 08/06 – 12/06 ທ່າ​ນຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ HIV/AIDS ຢູ່ ນິວຢ໋ອກ ​ແລະ ​ໄປຢ້ຽມຢາມ​​ ເຮັດ​ວຽກ​ຢູ່ Atlanta (ອາ​ເມ​ລິ​ກາ). ​ເລື່ອງ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ສະ​ແດງ​ຄຳ​ໝັ້ນ​ສັນຍາ​ຂອງ ຫວຽດນາມ ພ້ອມ​ກັບ​ບັນດາ​ປະ​ເທດ ຢຸດຕິ​ໂລກລະບາດ HIV/AIDS ​ໃນ​ປີ 2030. ຄະນະ​ຜູ້​ແທນ ຫວຽດນາມ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ບັນດາ​ການ​ປຶ​ກສາ​ຫາລື​ຂອງ​ສະຫະ​ປະຊາ​ຊາດ  ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ HIV/AIDS ກໍ່​ຄື​ຊຸກຍູ້​ການ​ຮ່ວມ​ມື, ການ​ໜູນ​ຊ່ວຍ​ຈາກ​ບັນດາ​ປະ​ເທດ​ສຳລັບ​ໂຄງການ​ປ້ອງກັນ, ຕ້ານ HIV/AIDS ຂອງ ຫວຽດນາມ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວູດຶກ​ດາມ ຈະ​ມີ​ບົດ​ກ່າວຄຳ​ເຫັນ​ສຳຄັນ​ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ຂອງ​ກອງ​ປະຊຸມ ​ແລະ ພົບ​ປະ​ສອງ​ຝ່າຍ​ກັບ​ການ​ນຳ​ບາງ​ອົງການ​ຈັດ​ຕັ້ງ​ສາກົນ​ໃນ​ຂົງ​ເຂດ​ປ້ອງ​ກັນ, ຕ້ານ HIV/AIDS.

ຂ່າວ/ບົດ​ອື່ນ