ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມສະຫລຸບວຽກງານປີ 2016 ຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ

ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມສະຫລຸບວຽກງານປີ 2016 ຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ - ảnh 1
ທ່ານ ຫວູ​ດຶກ​ດາມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 23/12, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ໄດ​້​ສະ​ຫລຸບ​ວຽກ​ງານ​ການ​ເຄື່ອນ​ໄຫວ​ປີ 2016 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ​ປີ 2017. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ໄດ້​ຢັ້ງ​ຢືນ​ວ່າ: ໃນ​ປີ​ຜ່ານ​ມາ, ຂະ​ແໜ​ງ​ຖະ​ແຫຼງ​ຂ່າວ ແລະ ສື່​ມວນ​ຊົນໄດ້​​ເສີມຂະ​ຫຍາຍເປັນ​ເຈົ້າ​ການ​ໃນ​ບົດ​ບາດປະ​ຈັນ​ບານ, ພິ​ເສດ​ແມ່ນ​ວຽກ​ງານ​ຄຸ້ມ​ຄອງ​ສື່​ສານ ມີ​ບັນ​ດາ​ບາດ​ກ້າວ​ໃຫຍ່ຫຼວງ​ໃນ​ບົດ​ບາດ​ກຳ​ນົດ​ທິດ​ຫາງ​ສ​ຽງ​ສັງ​ຄົມ. ສະ​ເພາະ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວ​ສານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະມົນ​ຕີ ຫວູ​ດຶກ​ດາມ ຊີ້​ແຈ້ງວ່າ:

        “ກ່ອນນີ້​ໂທ​ລະ​ຄົມ​ພື່ອ​ຜົນ​ປະ​ໂຫຍດ​ສາ​ທາ​ລະ​ນະພຽງ​ມີ​ໂທ​ລະ​ສັບ ເທົ່າ​ນັ້ນ, ປະ​ຈຸ​ບັນ​ ຕ້ອງ​ແມ່ນ​ໂທ​ລະ​ຄົມ​ຄວາມ​ໄວ​ສູງ ແລະ ພວກ​ເຮົາ​ຕ້ອງ​ພັ​ດ​ທະ​ນາ​ລັດ​ຖະ​ບານ​ເອກ​ເລັກ​ໂຕ​ນິກ. ລັດ​ຖະ​ບານ​ຕ້ອງ​ມີ​ສານ​ໃຫມ່, ນາ​ຍົກ​ລັດ​ຖະ​ມົນ​ຕີ​ມີ​ສານ​ໃໝ່, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ມີ​ການ​ເຄື່ອນ​ໄຫວ​ເໝາະ​ສົມ ແລະ ໜູນ​ຊ່ວຍ​ປະ​ຕິ​ບັດ​ສານນັ້ນ​ໃຫ້​ໄດ​້”


ຂ່າວ/ບົດ​ອື່ນ