ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມສຳມະນາສາກົນຫວຽດນາມວິທະຍາຄັ້ງທີ 5

ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມສຳມະນາສາກົນຫວຽດນາມວິທະຍາຄັ້ງທີ 5 - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ)

(vovworld) - ​​ ​ຕອນ​ເຊົ້າ​ວັ​ນ​ທີ 15/12, ຢູ່​ຮ່າ​ໂນ້ຍ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ໄດ້​ຈັດ​ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ສາ​ກົນ ຫວຽດ​ນາມ ວິ​ທະ​ຍາ​ຄັ້ງ​ທີ 5, ດ​້ວຍ​ຫົວ​ຂໍ້ “ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ສະ​ພາບ​ໂລ​ກາ​ພິ​ວັດ”. ເຂົ້າ​ຮ່ວມ​ວາ​ລະ​ໄຂ​ມີ​ຜູ້​ແທນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເກືອບ 2.500 ຄົນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ໄດ້​ຮັບ​ຮູ້​ບັນ​ດາ​ນັກ​ວິ​ທະ​ຍ​າ​ສາດຢ​ູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ໄດ້​ມີ​ບັນ​ດາ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ຫວຽດ​ນາມ ແລະ ຢືນ​ຢັນ​ບັນ​ດາ​ການ​ສະ​ເໜີ​ແນ​ະ​ກ່ຽວ​ກັບ​ຫວຽດ​ນາມ ວິ​ທະ​ຍາ, ຊ່ວຍ​ໃຫ້​ບັນ​ດາ​ນັກ​ວາງ​ແຜນ​ນະ​ໂຍ​ບາຍ​ມີ​ພື້ນ​ຖານ​ວິ​ທະ​ສາ​ຍາດ​ສຳ​ຄັນ ໃນ​ວິ​ວັດ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ເນັ້ນ​ໜັກ​ວ່າ.

        “ກ​ານ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ທຸກ​ປັດ​ໃຈ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ເພື່ອ​ໃຫ້​ຫວຽດ​ນາມ ເຖິງວ່າບໍ່​ມີ​ຄວາມ​ຮັ່ງ​ມີ​ທາງ​ດ້ານວັດ​ຖຸ​ເທົ່າ​ກັບ​ຫຼາຍພື້ນ​ຖານ​ເສດ​ຖະ​ກິດ​ອື່ນ, ແຕ່ມ​ີ​ຄວາມ​ຮັ່ງ​ມີ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ແມ່ນ​ແຫ່ງ​ທີ່​ປະ​ຊາ​ຊົນ​​ມີ​ຄວາມ​ຜາ​ສຸກ, ແມ່ນ​ແຫ່ງ​ທີ່​ຫຼາຍ​ຄົນ​ຢາກ​ດຳ​ລົງ​ຊີ​ວິ​ດ. ເພື່ອ​ເຮັດ​ໄດ້​ບັນ​ດາ​ວຽກ​ງານນັ້ນ, ຕ້ອງ​ມີ​ບັນ​ດາ​ຫຼັກ​ຖານ​ດ້ານ​ວິ​ທະ​ຍາ​ສາດ, ບັນ​ດາ​ການ​ຕີ​ລາ​ຄາ​ຄຳ​ສະ​ເໜີ​ແນະ​ມີ​ລັກ​ສະ​ນະ​ວິ​ທະ​ສາດ​ຍາດ​ຂອງ​ບັນ​ດາ​ນັກ​ວິ​ທ​ະ​ຍາ​ສາດ. ບັນ​ດາ​ບັນ​ຫາ​ມີ​ລັກ​ສະ​ນະ​ຍາວ​ນານ ແລະ ເຄີຍ​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ມາ​ແຕ່​ດົນ​ນານ​ແລ້ວ​ຄື: ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ພົວ​ພັນ​ກັນ​ຕ່າງ​ປະ​ເທດ, ພ້ອມ​ທັງ​ບັນ​ດາ​ບັນ​ຫາ​ມີ​ລັກ​ສະ​ນະ​ການ​ເມືອງ​ຄື: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ວິ​ທະ​​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ເຊິ່ງ​ບັນ​ດາ​ນັກ​ວິ​ທະ​ສາ​ຍາດ​ປຶ​ກ​ສາ​ຫ​າ​ລື​ຍົກ​ອອກ​ມາ​ຫຼາຍ​ຂໍ້​ສະ​ເໜີ​ແນະ​ທີ່​ມີ​ຜົນ​ປະ​ໂຫຍດ, ແທດ​ຈິງ​ໃນ​ວຽກ​ງານ​ວາງ​ແຜນ​ຜັງ ແລະ ຈັດ​ຕັ້ງ​ນະ​ໂຍ​ບາຍ​ໃຫ້​ແກ່​ຫວຽດ​ນາມ.”

ຂ່າວ/ບົດ​ອື່ນ