ຮອງນາຍົກລັດຖະມົນຕີຫວູດຶກດາມເຮັດວຽກກັບໜັງສືພິມກອງທັບປະຊາຊົນ

ຮອງນາຍົກລັດຖະມົນຕີຫວູດຶກດາມເຮັດວຽກກັບໜັງສືພິມກອງທັບປະຊາຊົນ - ảnh 1
ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມ
ເຮັດວຽກກັບໜັງສືພິມກອງທັບປະຊາຊົນ
(ພາ​ບ: TTXVN)


(vovworld) –  ​ວັນ​ທີ 15/02, ເມື່ອ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ກັບ​ການ​ນຳ, ພະ​ນັກ​ງານ, ນັກ​ຂ່າວ, ພະ​ລາ​ກອນ​​ໜັງ​ສື​ພິມກອງ​ທັບ​ປະ​ຊາ​ຊົນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວູ​ດຶກ​ດາມ ເນັ້ນ​ໜັກ​ວ່າ ໜັງ​ສື​ພິມກອງ​ທັບ​ປະ​ຊາ​ຊົນ ຕ້ອງ​ແມ່ນ​ໜັງ​ສື​ພິມ​ທີ່​ໄດ້​ມາດ​ຕະ​ຖານ, ມີ​ຊື່​ສຽງ​ໃນ​ຊີ​ວິດ​ສັງ​ຄົມ ແລະ ພາ​ລະ​ກິດ​ພັດ​ທະ​ນາ​ສື່ມວນ​ຊົນ​​ຢູ່​ພາຍໃນ​ປະ​ເທດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຢືນ​ຢັນ​ວ່າ ເພື່ອ​ໃຫ້ໜັງ​ສື​ພິມກອງ​ທັບ​ປະ​ຊາ​ຊົນກາຍ​ເປັນ​ອົງ​ການ​ສື່ມວນ​ຊົນຫຼາຍ​ປະ​ເພດ ຕ້ອງ​ປ່ຽນ​ໃໝ່​​ຢ່າງ​ມີຫົວ​ຄິດ​ປະ​ດິດ​ສ້າງ, ໂຄ​ສະ​ນາ​ຢ່າງ​ທັນ​ການ, ຊັດ​ເຈນ ແລະ ຖືກ​ຕ້ອງ​ຕາມ​ການ​ກຳ​ນົດ​ທິດ. ຢາກ​ເຮັດ​ໄດ້​ສິ່ງ​ດັ່ງ​ກ່າວ ຕ້ອງ​ຍົກ​ສູງ​ທັກ​ສະ​ທາງ​ດ້ານ​ອາ​ຊີບ, ຄຸນ​ນະ​ທາດ​ໃຫ້​ຖັນ​ແຖວ ຜູ້​ເຮັດ​ວຽກ​ງານ​ໜັງ​ສື​ພິມກອງ​ທັບ.

ຂ່າວ/ບົດ​ອື່ນ