ທ່ານ ຫວູວັນນິງ ພົບປະກັບພະນັກງານ, ພາລະກອນສະຖານທູດ
ຫວຽດນາມ ປະຈຳລາຊະອານາຈັກ ແບນຊິກ
(ພາບ: VGP/ThanhChung)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດ ແບນຊິກ, ຕອນເຊົ້າວັນທີ 18/9, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນິງ ໄປຢ້ຽມຢາມພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳລາຊະອານາຈັກ ແບນຊິກ. ລາຊະອານາຈັກ ລຸກຊຳບວກ ແລະ ຄະນະປະຕິບັດງານ ຫວຽດນາມ ຄຽງຂ້າງສະຫະພາບ ເອີຣົບ (ອີຢູ). ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຕີລາຄາສູງການເຄື່ອນໄຫວຕ່າງໆຂອງສະຖານທູດ ຫວຽດນາມ ປະຈຳ ແບນຊິກ, ລຸກຊຳບວກ ແລະ ອີຢູ, ສະເໜີໝູ່ຄະນະພະນັກງານ, ພາລະກອນຢູ່ທີ່ນີ້ ສືບຕໍ່ຖືເປັນສຳຄັນຜົນປະໂຫຍດຂອງຊາດໃນການພົວພັນກັບບັນດາປະເທດ, ປະກອບສ່ວນຊຸກຍູ້ການພົວພັນອັນດີງາມລະຫວ່າງ ຫວຽດນາມ ກັບ ແບນຊິກ, ລຸກຊຳບວກ ແລະ
ອີຢູ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ປາດຖະໜາວ່າ: ສະຖານທູດບໍ່ພຽງແຕ່ປະຕິບັດວຽກງານການຕ່າງປະເທດເປັນຢ່າງດີເທົ່ານັ້ນ ຫາກຍັງຕ້ອງນຳໃຊ້ບັນດາກາລະໂອກາດຈາດຫລາຍຝ່າຍ ເພື່ອເພີ່ມເຕີມກຳລັງບົ່ມຊ້ອນຂອງປະເທດຊາດໃນສະພາວະປະເທດພວມເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງ. ສະຖານທູດ ສືບຕໍ່ເປັນຊ່ອງສື່ສານທີ່ມີປະສິດທິຜົນ ເພື່ອເຊື່ອງຕໍ່ ແບນຊິກ, ອີຢູກັບ ຫວຽດນາມ ແລະ ກົງກັນຂ້າມ ເພື່ອຍູ້ແຮງການພົວພັນເສດຖະກິດ, ການພົວພັນຕ່າງປະເທດຂອງ 2 ຝ່າຍກ່ວາອີກ.