ຮອງນາຍົກລັດຖະມົນຕີຫວູວັນນິງເຂົ້າຮ່ວມພິທີປະກາດ“ເມືອງຊົນນະບົດໃໝ່”,ເມືອງອຽນລາກ,ແຂວງວິ້ງຟຸກ

ຮອງນາຍົກລັດຖະມົນຕີຫວູວັນນິງເຂົ້າຮ່ວມພິທີປະກາດ“ເມືອງຊົນນະບົດໃໝ່”,ເມືອງອຽນລາກ,ແຂວງວິ້ງຟຸກ - ảnh 1
ເມືອງ​ອຽນ​ລາກ, ແຂວງວິ້ງ​ຟຸກ​ຕ້ອນຮັບ​​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ ຄັ້ງ​ທີ 2
(ພາບ: vinhphuc)

(vovworld) –​ ຕອນ​ຄ່ຳ​ວັນ​ທີ 31/12, ຢູ່​ເມືອງ​ອຽນ​ລາກ, ແຂວງວິ້ງ​ຟຸກ ໄດ້​ດຳ​ເນີນ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 20 ປີ​ແຫ່ງວັນ​ສ້າງ​ເມືອງ​ຄືນ​ໃໝ່ (01/01/1996 – 01/01/2016), ​ຕ້ອນຮັບ​​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ ຄັ້ງ​ທີ 2, ຮັບ​ຮູ້​ເມືອງ​ບັນ​ລຸ​ມາ​ດ​ຖານ​ຊົນ​ນະ​ບົດ​ໃໝ່ ແລະ ຮັບທຸງແຂ່ງ​ຂັນ​ຂອງ​ລັດ​ຖະ​ບານ. ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນິງ ສະ​ເໜີ​ໃຫ້​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ແຂວງ ວິ້ງ​ຟຸກ ແລະ ເມືອງ​ອຽນ​ລາກ ​ຕ້ອງ​ເອົາ​ໃຈ​ໃສ່​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ຕາມ​ທິດ​ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ມີ​ປະ​ສິດ​ທິ​ຜົນ, ​ໝັ້ນ​ຄົງ; ສຸມ​ໃສ່​ພັດ​ທະ​ນາອຸດ​ສາ​ຫະ​ກຳ, ​ກະ​ສິ​ກຳ​​ທີ່ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ສູງ, ອຸດ​ສາ​ຫະ​ກຳ​ສະ​ອ​າດ. ນອກນັ້ນ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​​ທ​ຸກ​ຂັ້ນ​ຂອງ​ແຂວງວິ້ງ​ຟຸກ ສືບ​ຕໍ່​ຊີ້​ນຳ​ຈັດ​ຕັ້ງ​ການ​ຜະ​ລິດ​ຕາມ​ທິດ​ຜ​ະ​ລິດ​​ເປັ​ນສິນ​ຄ້າ, ສຸມ​ໃສ່​ບັນ​ດາ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ່​, ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຮ່ວ​ມ​ສຳ​ພັນ, ນຳ​ໃຊ້​ຄວາມ​ກ້າວ​ໜ້າ​ດ້ານ​ເຕັກ​ນິກ, ສ້າງ​ເຄື່ອງ​ໝາຍ​ການ​ຄ້າ… ພ້ອມ​ທັງ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ ແລະ ຄວາມ​ສາ​ມາດ​ປະ​ກອບ​ສ່ວນ​ຂອງ​ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ