ຮອງນາຍົກລັດຖະມົນຕີຫວຽດນາມຕ້ອນຮັບຄະນະຄົ້ນຄວ້າຍຸດທະສາດພັດທະນາເສດທະກິດສູນກາງພັກປະຊາຊົນປະຕິວັດລາວ

ຮອງນາຍົກລັດຖະມົນຕີຫວຽດນາມຕ້ອນຮັບຄະນະຄົ້ນຄວ້າຍຸດທະສາດພັດທະນາເສດທະກິດສູນກາງພັກປະຊາຊົນປະຕິວັດລາວ - ảnh 1
ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ແລະ ທ່ານ ບົວ​ສອນ ບຸບຜາ​ວັນ, ຫົວໜ້າ​ຄະນະ​ຄົ້ນຄວ້າ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ ລາວ
(ພາບ: VGP/Lê Sơn)

(vovworld) – ຕອນບ່າຍ​ວັນ​ທີ 23/4, ຢູ່​ສຳນັກງານ​ລັດຖະບານ ທີ່ນະຄອນຫຼວງ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຄົ້ນຄວ້າ​ຍຸດ​ທະ​ສາດ​ພັດທະນາ​ເສດ​ຖະ​ກິດ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັ​ດ ລາວ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ, ​ໂດຍ​ທ່ານ ບົວ​ສອນ ບຸບຜາ​ວັນ, ຫົວໜ້າ​ຄະນະ​ຄົ້ນຄວ້າ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ ລາວ ​ເປັນ​ຫົວໜ້າ​ຄະນະ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຈະ​​ເຮັດຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນພ້ອມ​ກັບ ລາວ ປົກ​ປັກຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ການພົວພັນ​ຮ່ວມ​ມື​ຄວາມສາມັກຄີ​ແບບ​ພິ​ເສດ ຫວຽດນາ​ມ - ລາວ ​ໃຫ້ນັບ​ມື້​ນັບ​ພັດທະນາ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ, ມີ​ປະສິດທິ​ຜົນໃນ​ທຸກໆ​ຂົງ​ເຂດ, ຖື​ວ່າ​​ແມ່ນ​ໜ້າ​ທີ່​ຍຸດ​ທະ​ສາດ, ມີ​ຄວາມ​ໝາຍ​ເປັນຕາ​ຍ ສຳລັບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ.

        ສ່ວນ​ທ່ານ ບົວ​ສອນ​ ບຸບຜາ​ວັນ, ​ໄດ້​ແຈ້ງ​ໃຫ້​ທ່ານ​ຮອງ​ລັດຖະມົນຕີ​ຊາບ​ໝາກຜົນ​ການ​ເຮັດ​ວຽກກັບ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການຂອງ ຫວຽດນາມ ​ໃນ​ເວລາ​ທີ່​ຜ່ານ​ມາ. ທ່ານ ບົວ​ສອນ ບຸບຜາ​ວັນ ​ໃຫ້​ຮູ້​ວ່າ: ບັນດາ​ບົດຮຽນ ​ເຊິ່ງຄະນະ​ໄດ້ຮຽນ​ຮູ້ຈາກ​ຝ່າ​ຍ ຫວຽດນາມ ຈະ​ປະກອບສ່ວນ​ສຳຄັນ​​ເຂົ້າໃນ​ການ​​ເປັນເສນາ​ທິ​ການ​ໃຫ້​ແກ່​ການ​ພັດ​ທະນາ​ຂອງ​ປະ​ເທ​ດ ລາວ.


ຂ່າວ/ບົດ​ອື່ນ