ຮອງນາຍົກລັດຖະມົນຕີເຈືອງຮ່ວາບີງຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ

ຮອງນາຍົກລັດຖະມົນຕີເຈືອງຮ່ວາບີງຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ
ຕ້ອນຮັບເອກອັກຄະລັດຖະທູດ ຍີ່ປຸ່ນ

(vovworld) – ​ ​ ​ ​ ຕອນ​ບ່າຍ​ວັນ​ທີ 30/05 ຢູ່ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Fukada Hiroshi, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ໃນ​ການ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ອັນ​ດີງາມ​ລະ​ຫວ່າງ 2 ປະ​ເທດ ຫວຽດນາມ - ຍີ່ປຸ່ນ. ທ່ານ​ຮອງ​ນາຍົກລັດຖະມ​ົນຕີ ​ເຈືອງ​ຮ່ວາ​ບີ​ງ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາ​ດຂອງ​ຕົນ ​ເພື່ອ​ພ້ອມ​ກັບ ຍີ່ປຸ່ນ ສືບ​ຕໍ່​ຊຸກຍູ້, ນຳ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດລະ​ຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ພັດທະນາ​ໃນ​ຫລາຍ​ຂົງ​ເຂດ​ຢ່າງ​​ແຮງ ​ແລະ ​ເລິກ​ເຊິ່ງກ້ວາງ​ຂວາງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ສະ​ເໜີ​ ຍີ່ປຸ່ນ ຍູ້​ແຮງການ​ຮ່ວມ​ມື, ໜູນ​ຊ່ວຍ ຫວຽດນາມ ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຍົກ​ສູງ​ຄວາມ​ສາມາດ​​ຄຸ້ມ​ຄອງ​ການບໍລິຫານ​ລັດ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ການ​ລົງທຶນ

ຂ່າວ/ບົດ​ອື່ນ