ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງອວຍພອນພໍ່ແມ່ປະຊາຊົນຊາວຄຼິດ,ໂປແຕສຕັງຢູ່ນະຄອນໂຮ່ຈີມິນ

ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງອວຍພອນພໍ່ແມ່ປະຊາຊົນຊາວຄຼິດ,ໂປແຕສຕັງຢູ່ນະຄອນໂຮ່ຈີມິນ - ảnh 1
ພາບ​ປະ​ກອບ

(vovworld) – ​ ​​​​​​​ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ ຄຼິດ​ສ​ມາ​ດ ປີ 2016, ວັນ​ທີ 20/12, ທ່ານ ເຈືອງ​ຮ່​ວາ​ບີ່ງ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ໄປ​ຢ້ຽມ​ຢາມ, ອວ​ຍ​ພອນ​​​ຢູ່ສຳ​ນັກ​ສັງ​ຄະ​ລາດ​ໃຫຍ່​ເຂດ​ຊາວ​ຄຼິດ​ນະ​ຄອນ​ໂຮ່​ຈີ​ມິນ, ສັງ​ຄະ​ນາ​ຍົກ ບູ່ຍ​ວັນ​ດອກ, ພະ​ຄາ​ດີ​ນັນ ຟ້າມ​ມີງ​ເໝີນ, ອະ​ດີດ​​ ສັງ​ຄະ​ນາ​ຍົກ ​ເຂດ​ຊາວ​ຄຼິດ​ນະ​ຄອນ​ໂຮ່​ຈີ​ມິນ ແລະ ປະ​ທານ​ສະ​ມາ​ຄົມ​​ໂປ​ແຕ​ສ​ຕັງ ຫວຽດ​ນາມ (ພາກ​ໃຕ້). ທີ່​​ບັນ​ດາ​ແຫ່ງ​ເຊິ່ງທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີ່ງ ມາ​ຢ້ຽມ​ຢາມນັ້ນ, ທ່ານໄດ້​ຂອບ​ອົກ​ຂອບ​ໃຈ​ຄວາມ​ສາ​ມັກ​ຄີ, ການ​ປະ​ກອບ​ສ່ວນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ, ​ສາ​ສະ​ນິ​ກະ​ຊົນ​ໂປ​ແຕ​ສ​ຕັງເຂົ້າ​ໃນ​ບັນ​ດາ​ຜົນ​ງານ​ລວມ​ຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ: ພັກ, ລັດ ຍາມ​ໃດ​ກໍ​່​ເຄົາ​ລົບ ແລະ ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື, ສາ​ສະ​ໜາ, ສ້າງ​ເງື່ອນ​ໄຂ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ບັນ​ດາ​ສາ​ສະ​ໜາ​ເຄື່ອນ​ໄຫວ​ຕາມ​ຂອບ​ເຂດ​ກົດ​ໝາຍ​ເພື່ອ​ເສີມຂະ​ຫຍາຍ​ນ້ຳ​ໃຈ​ສາ​ມັກ​ຄີ​ຊົນ​ຊາດ​, ​ຄວາມມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ໃນ​ຂະ​ບວນ​ການ​ສ້າງສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດຢ່າງ​ສູງ​ສຸດ.


ຂ່າວ/ບົດ​ອື່ນ