ຮອງນາຍົກລັດຖະມົນຕີເຈືອງຮວາບິ່ງເປັນປະທານກອງປະຊຸມຄວາມປອດໄພການຄົມມະນາຄົມຫວຽດນາມປີ 2016

ຮອງນາຍົກລັດຖະມົນຕີເຈືອງຮວາບິ່ງເປັນປະທານກອງປະຊຸມຄວາມປອດໄພການຄົມມະນາຄົມຫວຽດນາມປີ 2016 - ảnh 1
ທ່ານຮອງນາຍົກລັດຖະມົນຕີເຈືອງຮວາບິ່ງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)


(vovworld) - ຕອນ​ເຊົ້າ​ວັນ​ທີ 22/12, ທີ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ຄວາມ​ປອດ​ໄພ​ການ​ຄົມ​ມະ​ນາ​ຄົມ​ແຫ່ງ​ຊາດ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​​ຄວາມ​ປອດ​ໄພ​ການ​ຄົມ​ມະ​ນາ​ຄົມ​ຫວຽດ​ນາມ​ປີ 2016. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ​ວາ​ບິ່ງ ໄດ້​ຮັບ​ຮູ້​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດານັກ​ວິ​ທະ​ຍາ​ສາດ, ນັກ​ຊ່ຽວ​ຊານ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ໃນ​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ​ຄວາມ​ປອດ​ໄພ​ໃນ​ການ​ຄົມ​ມະ​ນາ​ຄົມ​ຢູ່​ຫວຽດ​ນາມ. 90 ກິດ​ຈະ​ກຳ​ວິ​ທະ​ຍາ​ສາດ​ໄດ້ຄົ້ນ​ຄວ້າ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ໃນ​ການ​ຄົມ​ມະ​ນາ​ຄົມ​ໃນ​ປີ 2016, ໃນ​ນັ້ນ 42 ກິດ​ຈະ​ກຳ​ ຖືກ​ເລືອກ​ເຟັ້ນ​ປະ​ກາດ​ສຳ​ເລັດ​ຈາກ​ສະ​ພາ​ວິ​ທະ​ຍາ​ສາດ, ໄດ້​ຊ່ວຍ​ໃຫ້​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ປະ​ຕິ​ບັດ​ສຳ​ເລັດ​ກວ່າ​ໃນ​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຄວາມ​ປອດ​ໄພ​ໃນ​ການ​ຄົມ​ມະ​ນາ​ຄົມ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຕໍ່​ໜ້າ​ຄວາມ​ກົດ​ດັນ​ດ້ານ​ການ​ຄົມ​ມະ​ນາ​ຄົມ​ນັບ​ມື້​ນັບ​ໃຫຍ່ຫຼວງ, ຍາມ​ໃດ​ກໍ່​ຢູ່​ເໜືອ​ຄວາມ​ສາ​ມາດ​ໃນ​ການ​ຕອບ​ສະ​ໜອງ​ຂອງ​ພື້ນ​ຖານ​ໂຄງ​ລ່າງ​ການ​ຄົມ​ມະ​ນາ​ຄົມ. ສະ​ພາບ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ຄວາມ​ປອດ​ໄພ​ໃນ​ການ​ຄົມ​ມະ​ນາ​ຄົມ​ ຍັງ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ອຸ​ປະ​ຕິ​ເຫດ​ການ​ຄົມ​ມະ​ນາ​ຄົມ​ຍັງ​ຢູ່​ໃນ​ລະ​ດັບ​ສູງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ​ວາ​ບິ່ງ ຮຽກ​ຮ້ອງວ່າ:

        “ຂ້າ​ພະ​ເຈົ້າ​ປາ​ດຖະ​ໜາ​ຢາກ​ໃຫ້​ບັນ​ດາ​ຜູ້​ແທນ​ມີ​ບັນ​ດາ​ການ​ແລກ​ປ່ຽນ, ​ປຶກ​ສາ​ຫາ​ລື ເພື່ອ​ອາດ​ສາ​ມາດ​ຍົກ​ອອກ​ບັນ​ດາ​ຂໍ້​ສະຫຼຸບ​ດ້ານວິ​ທະ​ຍາ​ສາດ, ພາ​ວະ​ວິ​ໄສ, ຊີ້​ອອກ​ບັນ​ດາ​​ເນື້ອແທ້​ຂອງ​ສາຍ​ເຫດ​​ເກີດ​ອຸ​ປະ​ຕິ​ເຫດ​ຄົມ​ມະ​ນາ​ຄົມ, ສະ​ພ​າບລົດ​ຕິດ ກໍ່​ຄື​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເໜີ ເພື່ອ​ແກ້​ໄຂ​ດ້ວຍ​ວິ​ທີ​ທີ່​ເໝາະ​ສົມ ແລະ ມີ​ປະ​ສິດ​ທິ​ຜົນ”

ຂ່າວ/ບົດ​ອື່ນ