ຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງເຮັດວຽກກັບສະຫະພັນໃຫຍ່ແຮງງານຫວຽດນາມ

ຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງເຮັດວຽກກັບສະຫະພັນໃຫຍ່ແຮງງານຫວຽດນາມ - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ)

(vovworld) - ​ຕອນ​ບ່າຍ​ວັນ​ທີ 05/01, ຢູ່​ຫາຍ​ຟ່ອງ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 9 ຄະ​ນະ​ບ​ໍ​ລິ​ຫານ​ງານສະ​ຫະ​ພັນ​ໃຫຍ່​ແ​ຮງ​ງານ​ຫວຽດ​ນາມ, ຊຸດ​ທີ 6. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ເຈ​ືອງ​ຮ່​ວາ​ບິ່ງ ໄດ້​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ ແລະ ຜົນ​ງານ​ທີ່​ໃຫຍ່​ຫຼວງ ເຊິ່ງ​ຊົ​ນ​ຊັ້ນ​ກຳ​ມະ​ກອນ ແລະ ອົງ​ການ​ຈັດ​ຕັ້ງ​ກຳ​ມະ​ບານ​ໃນ​ທົ່ວ​ປະ​ເທດ​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ. ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ ສະ​ເໜິ​ວ່າ.

        “ກຳ​ມະ​ບານ​ຕາງ​ໜ້າ​ໃຫ້​ຄົນ​ງານ, ເບິ່ງ​ແຍງ ແລະ ປົກ​ປ້ອງ​ສິດ ແລະ ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຄົນ​ງານ. ສະ​ນັ້ນ, ກຳ​ມະ​ບານ​ຕ້ອງ​ນຳ​ໜ້າ​ໃນ​ການ​ເຕົ້າ​ໂຮມ ແລະ ເບິ່ງ​ແຍງ​ສິດ​ຜົນ​ປະ​ໂຫຍດ, ຈັດ​ຕ​ັ້ງ​ບັນ​ດາ​ຂະ​ບວນ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ ສືບ​ຕໍ່​ເປັນ​ເຈ​ົ້າ​ການ, ສົມ​ທົບ​ກັບ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ປະ​ກັ​ນ​ຊີ​ວິດ​ສັງ​ຄົມ, ແກ້​ໄຂ​ບັນ​ດາຄວາມ​ເຄັ່​ງ​ຮ​້ອນ​ໃນ​ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ…”

ຂ່າວ/ບົດ​ອື່ນ