ຮອງນາຍົກລັດຖະມົນຕີເວືອງດີ່ງເຫ້ວຕ້ອນຮັບຮອງປະທານຄະນະກຳມະການການຄ້າ EP

(VOVWORLD) -ຕອນບ່າຍວັນທີ 5 ທັນວາ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ ຕ້ອນຮັບ ທ່ານ Jan Zahradil ຮອງປະທານ ຄະນະກຳມະການການຄ້າ EP ທີ່ສຳນັກງານລັດຖະບານ

ຮອງນາຍົກລັດຖະມົນຕີເວືອງດີ່ງເຫ້ວຕ້ອນຮັບຮອງປະທານຄະນະກຳມະການການຄ້າ EP - ảnh 1 ທ່ານຮອງນາຍົກລັດຖະມົນຕີເວືອງດີ່ງເຫ້ວ ຕ້ອນຮັບຮອງປະທານຄະນະກຳມະການການຄ້າ EP

(ພາບ: TTXVN)

ໃນການຕ້ອນຮັບ ທ່ານ Jan Zahradil ໃຫ້ຮູ້ວ່າ ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບກັບ ຫວຽດນາມ ຢູ່ ລັດຖະສະພາ ເອີລົບ (EP) ຈະສວມບົດບາດສຳຄັນໃນການຂົນຂວາຍ EP ຮັບຮອງເອົາ ສັນຍາການຄ້າເສລີ ລະຫວ່າງ ສະຫະພາບເອີລົບ (EU) ແລະ ຫວຽດນາມ (EVFTA) ໃນປີ 2018. ທັດສະນະຂອງກຸ່ມສະມາຊິກສະພາແຫ່ງຊາດ ແມ່ນຕ້ອງການໃຫ້ສຳເລັດຂອດກວດການິຕິກຳ ສັນຍາ EVFTA ເພື່ອຍື່ນສະເໜີຕໍ່ EP ແລະ ສະພາແຫ່ງຊາດ ຫວຽດນາມ ພິຈາລະນາ, ຮັບຮອງເອົາໂດຍໄວ.

        ເຫັນດີເຫັນພ້ອມກັບທ່ານ Jan Zahradil, ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໃຫ້ຮູ້ວ່າ ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ພວມຕັ້ງໜ້າກວດກາຮ່າງສັນຍາ EVFTA ແລະ ສັນຍາປົກປ້ອງແກ່ການລົງທຶນ (IPA) ແລະ ຈະມີການສ່ອງແສງຄືນໃຫ້ EU ໂດຍໄວ. ທ່ານ ຮອງນາຍົກລັດຖະມົນຕີ ກໍ່ເນັ້ນໜັກເຖິງບົດບາດປະກອບສ່ວນສຳຄັນຂອງ ຄະນະກຳມະການການຄ້າສາກົນ ຂອງ EP ສຳລັບວິວັດການຮ່ວມມືດ້ານເສດຖະກິດ - ການຄ້າ ລະຫວ່າງສອງຝ່າຍ ແລະ ເນັ້ນໜັກວ່າ ບັນດາຂໍ້ຕົກລົງເຊິ່ງ ຫວຽດນາມ ແລະ EU ບັນລຸໄດ້ຢູ່ EVFTA ຕ້ອງໄດ້ຮັບການເຄົາລົບ. ລັດຖະບານ ຫວຽດນາມ ປາດຖະໜາວ່າຢາກໄດ້ຮັບຕ້ອນ ກຸ່ມສະມາຊິກສະພະແຫ່ງຊາດມິດຕະພາບ ກັບ ຫວຽດນາມ ປະຈຳ EP ມາຢ້ຽມຢາມ, ຊອກຮູ້ກ່ຽວກັບປະເທດ ຫວຽດນາມ ໃນໄວໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ