ຮອງນາຍົກລັດຖະມົນຕີເວືອງດິງເຫ້ວມອບລາງວັນແລະປຸກລະດົມການເສັງສື່ມວນຊົນຂຽນກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກ

(VOVWORLD) -ພິທີມອບລາງວັນການເສັງບັນດາບົດປະພັນສື່ມວນຊົນ ທີ່ຂຽນກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກໄລຍະ 2016 – 2020 ຄັ້ງທີ 1 ປີ 2017 ໄດ້ຮັບການຈັດຕັ້ງໃນວັນທີ 12 ຕຸລາຢູ່ຮ່າໂນ້ຍ.

ຮອງນາຍົກລັດຖະມົນຕີເວືອງດິງເຫ້ວມອບລາງວັນແລະປຸກລະດົມການເສັງສື່ມວນຊົນຂຽນກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກ - ảnh 1 ມອບລາງວັນແລະປຸກລະດົມການເສັງສື່ມວນຊົນຂຽນກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກ

(ພາບ: VGP)

ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ຫົວໜ້າຄະນະຊີ້ນຳສູນກາງບັນດາໂຄງການຈຸດໝາຍແຫ່ງຊາດໄລຍະ 2016 - 2020, ໄດ້ປຸກລະດົມໂດຍກົງການເສັງສື່ມວນຊົນຂຽນກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກປີ 2018. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງຄວາມສຸດຈິດສຸດໃຈຂອງບັນດານັກປະພັນ, ໝູ່ຄະນະທີ່ເຂົ້າຮ່ວມການເສັງ; ອວຍພອນໃຫ້ບັນດານັກປະພັນ, ໝູ່ຄະນະທີ່ຍາດໄດ້ລາງວັນ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ຖືວ່າ.

        “ຂ້າພະເຈົ້າປາດຖະໜາວ່າ, ບັນດານັກຂ່າວໄດ້ມີພຶດຕິກຳຕົວຈິງແລ້ວ, ພວກເຮົາຄວນລົງເລິກເຂົ້າໃນພຶດຕະກຳນັ້ນກວ່າອີກ, ລົງເລິກເຂົ້າໃນການດຳລົງຊີວິດຂອງປະຊາຊົນກວ່າອີກ. ນຳພຶດຕິກຳຕົວຈິງທີ່ມີຊີວິດຊີວານັ້ນເຂົ້າໃນບັນດາບົດປະພັນສື່ມວນຊົນ. ດ້ານໜຶ່ງພວກເຮົາໂຄສະນາກ່ຽວກັບແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ. ຈາກການສ່ອງແສງຂອງປະຊາຊົນນັ້ນ, ພວກເຮົາຫັນປ່ຽນຈາກການໜູນຊ່ວຍໂດຍກົງໃຫ້ປະຊາຊົນທີ່ທຸກຍາກ ໄປສູ່ການໜູນຊ່ວຍວິທີຫາເງິນລ້ຽງຊີບໃຫ້ເຂົາເຈົ້າ”.

        ໃນໄລຍະປຸກລະດົມການເສັງ, ຄະນະຈັດຕັ້ງການເສັງໄດ້ຮັບບົດປະພັນ 300 ບົດ ແລະ ຄັດເລືອກໄດ້ 84 ບົດເຂົ້າຮອບຊິງຊະນະເລີດ ແລະ ໄດ້ມອບ 24 ລາງວັນ ໃຫ້ 5 ປະເພດສື່ມວນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ