ຮອງນາຍົກລັດຖະມົນຕີເວືອງດິງເຫ້ວເຮັດວຽກກັບການນຳແຂວງເງະອານ

ຮອງນາຍົກລັດຖະມົນຕີເວືອງດິງເຫ້ວເຮັດວຽກກັບການນຳແຂວງເງະອານ - ảnh 1
(ທ່ານຮອງນາຍົກລັດຖະມົນຕີເວືອງດິງເຫ້ວ
ເຮັດວຽກກັບການນຳແຂວງເງະອານ)

(vovworld) - ​ ​​ຕອນ​ເຊົ້າ​ວັນ​ທີ 09/05, ຢ​ູ່​ແຂວງ​ເງະ​ອ​ານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້ວ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ຂອງ​ແຂວງ ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ທ້ອງ​ຖິ່ນ. ສະ​ຫຼຸບ​ການ​ເຮັດ​ວຽກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້ວ ສະ​ເໜີ​ໃຫ້​ແຂວງ ເງະ​ອານ ກວ​ດ​ກາ​ຄືນ​ການ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ຊຶ່ງ​ມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ແລະ ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ແຂວງ. ກ່ຽວ​ກັບ​ບັນ​ດາ​ໂຄງ​ການ​ຫຼັກ​ແຫຼ່ງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ແຂວງ ເງະ​ອານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້​ແຂວງ ສ້າງ​ແຜນ​ຮ່າງ​ສະ​ເພາະ​ໃຫ້​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ ວິງ - ເກືອ​ລໍ່, ​ນຳ​​ເຂດ​ນີ້​ໃຫ້​ກາຍ​ເປັນບ່ອນ​ດຶງ​ດູ​ດ​ບັນ​ດາ​ວິ​ສາ​ຫະ​ກິດ​ມີ​ເຕັກ​ໂນ​ໂລ​ຊີ​ສູງ, ເຂດ​ວາງ​ສະ​ແດງ, ​ທ່ອງ​ທ່ຽວ, ການ​ຄ້າ.

ຂ່າວ/ບົດ​ອື່ນ