ຮອງນາຍົກຫວູວັນນິງເຂົ້າຮ່ວມພິທີສະເຫຼີມສະຫຼອງ15ປີແຫ່ງວັນປະກັນໄພເງິນຝາກຫວຽດນາມ

ຮອງນາຍົກຫວູວັນນິງເຂົ້າຮ່ວມພິທີສະເຫຼີມສະຫຼອງ15ປີແຫ່ງວັນປະກັນໄພເງິນຝາກຫວຽດນາມ - ảnh 1
ຮອງນາຍົກລັດຖະມົນຕີ ຫວູວັນນິງ ກ່າວຄຳເຫັນທີ່ພິທີ

(vovworld) - ຕອນ​ເຊົ້າ​ວັນ​ທີ 4/11, ຢູ່​ຮ່າ​ໂນ້ຍ, ປະກັນ​​ໄພເງິນ​ຝາກ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ ພິທີ​ສະ​ເຫຼີ​ມສະຫຼອງ 15 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ຮອງ​ນາຍົກ ຫວູວັນ​ນິງ ສະ​ເໜີ: ປະກັນ​​ໄພເງິນ​ຝາກ​ຫວຽດນາມສືບ​ຕໍ່​ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ ​ແລະດ້ານ​ວິຊາ​ສະ​ເພາະ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ນັບ​ມື້​ນັບ​ສູງ; ​ເປັນ​ເຈົ້າ​ການ​ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຂອງ​ທະນາຄານ​ແຫ່ງ​ລັດ​ໃນ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ບັນດາ​ອົງການ​ສິນ​ເຊື່ອ​ຄືນ​ໃໝ່… ພິ​ເສດ, ທະນາຄານ​ແຫ່ງ​ລັດ​ຄວນ​ສ້າງ ​ແລະ ຍື່ນ​ສະ​ເໜີ​ນາຍົກລັດຖະມົນຕີ ພິຈາລະນາ ອະນຸມັດ​ຜ່ານ​ຍຸດ​ທະ​ສາດ​ພັດທະນາ​ປະກັນ​ໄພ​ເງິນ​ຝາກ​ເພື່ອ​ເປັນ​ພື້ນຖານ​, ກຳນົດ​ທິດ​ໃຫ້​ແກ່​ການ​ເຄື່ອນ​ໄຫວປະກັນ​​ໄພເງິນ​ຝາກ​​ໃນ​ໄລຍະ​ຈະ​ມາ​ເຖິງໂດຍ​ໄວ. ທ່​ານ ຮອງ​ນາຍົກ ຫວູວັນ​ນິງ​, ​ເນັ້ນ​ໜັກ​ວ່າ:

        “ທະນາຄານ​ແຫ່​ງລັດ, ປະກັນ​​ໄພເງິນ​ຝາກ​ຫວຽດນາມ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ເຊິ່ງ​ໄດ້​ກຳນົດ​ຢູ່​ກົດໝາຍ​ວ່າ​ດ້ວຍ ປະກັນ​​ໄພເງິນ​ຝາກ​ ​ແລະ ບັນດາ​ເອກະສານ​ແນະນຳ​ປະຕິບັດ​ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ. ປະຕິບັດ​ການ​ສະຫຼຸບ 15 ປີ ​ແຫ່ງ​ການ​ເຄື່ອນ​ໄຫວ​ເພື່ອ​ເປັນ​ພື້ນຖານ​ພຶດຕິ​ກຳ​ຕົວ​ຈິງ, ​ແນ​ໃສ່​ສະ​ເໜີ​ເພີ່ມ​ເຕີມ, ປັບປຸງ​ບັນດາ​ຂໍ້​ກຳນົດ​ໃຫ້​ເໝາະ​ສົມ. ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ຄົ້ນ​ຄ້ວາ, ຍື່ນ​ສະ​ເໜີ​ຕໍ່​ນາຍົກລັດຖະມົນຕີກ່ຽວກັບ​ລະດັບ​​ເງິນປະກັນ​​ໄພ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ການ​ໃໝ່“.


ຂ່າວ/ບົດ​ອື່ນ