ຮອງປະທານປະເທດດັ້ງທິງອັກທິ້ງຕ້ອນຮັບຄະນະຜູ້ແທນດີເດັ່ນແຂວງລາວກາຍ

(VOVWORLD) -ທີ່ການຕ້ອນຮັບຄະນະຜູ້ແທນດີເດັ່ນແຂວງລາວກາຍ ໃນຕອນເຊົ້າວັນທີ 17 ກັນຍາ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຕີລາຄາສູງບັນດາໝາກຜົນໃນວິວັດການສ້າງສາ, ພັດທະນາເສດຖະກິດ, ສັງຄົມຂອງແຂວງໃນຊຸມປີຜ່ານມາ.

ຮອງປະທານປະເທດດັ້ງທິງອັກທິ້ງຕ້ອນຮັບຄະນະຜູ້ແທນດີເດັ່ນແຂວງລາວກາຍ - ảnh 1ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງ ຕ້ອນຮັບຄະນະຜູ້ແທນດີເດັ່ນແຂວງລາວກາຍ

(ພາບ: TTXVN)

ທ່ານນາງຮອງປະທານປະເທດຖືວ່າ, ແຂວງລາວກາຍ ໄດ້ຜັນຂະຫຍາຍບັນດາໂຄງການ, ແຜນຮ່າງສະເພາະກ່ຽວກັບການພັດທະນາວັດທະນະທຳ, ອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອກ່ຽວກັບການອະນຸລັກຮັກສາຮີດຄອງປະເພນີ. ພ້ອມກັນນັ້ນ, ຂະແໜງທ່ອງທ່ຽວແຂວງລາວກາຍ ສືບຕໍ່ມີບາດກ້າວພັດທະນາບຸກທະລຸ; ບັນດາວຽກງານໃນຫຼາຍຂົງເຂດຄື: ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ກໍ່ສ້າງພັກ ແລະ ລະບົບການເມືອງເຊິ່ງ ຄະນະພັກທຸກຂັ້ນ, ພະນັກງານ ແລະ ປະຊາຊົນໃນແຂວງຮ່ວມແຮງຮ່ວມໃຈຜັນຂະຫຍາຍຢ່າງມີປະສິດທິຜົນ.

        ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ສະເໜີໃຫ້ພະນັກງານ, ປະຊາຊົນໃນແຂວງ ສືບຕໍ່ປະຕິບັດບັນຫາມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນຢ່າງດີ; ເອົາໃຈໃສ່ພັດທະນາເສດຖະກິດແບບຍືນຍົງ ໄປຄຽງຄູ່ກັບຄວາມຍຸຕິທຳໃນສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ; ເສີມຂະຫຍາຍຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ພ້ອມທັງອະນຸລັກຮັກສາສີສັນວັດທະນະທຳບັນດາເຜົ່າຂອງແຂວງລາວກາຍ.

ຕອບກັບ

ຂ່າວ/ບົດ​ອື່ນ