ຮອງປະທານປະເທດຫງວຽນທິຢວານມອບທຶນສຶກສາໃຫ້ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ

ຮອງປະທານປະເທດຫງວຽນທິຢວານມອບທຶນສຶກສາໃຫ້ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ - ảnh 1
ການມອບ​ທຶນ​ສຶກ​ສາໃນ​ລາຍ​ການ “ໄປ​ຮຽນ​ພ້ອມ​ກັບ​ນ້ອງ” ຢູ່ ບັກ​ນິງ

(vovworld) – ວັນ​ທີ 25/12, ຢູ່​ແຂວງ ​ທ໋າຍ​ງວຽນ, ໃນ​ລາຍ​ການ “ໄປ​ຮຽນ​ພ້ອມ​ກັບ​ນ້ອງ”, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ, ປະ​ທານ​ສະ​ພາ​​ອຸ​ປະ​ກະ​ລະກອງ​ທຶນ​​ອຸ​ປະ​ລະ​ກະ​ເດັກ ຫວຽດ​ນາມ ໄດ້​ມອບ​ທຶນ​ສຶກ​ສາໃຫ​້​ເດັກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ຂອງ​ແຂວງ ທ໋າຍງວຽນ 120 ນ້ອງ. ແຕ່​ລະ​ພູດ​ມີມ​ູນ​ຄ່າ 3 ລ້ານ​ດົ່ງ, ປະ​ກອບ​ສ່ວນ​ລະ​ດົມພວກ​ນ້ອງ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ພ້ອມ​ທັງ​ແບ່ງ​ປັນ​ນ້ຳ​ໃຈ, ຄວາມ​ຮັບ​ຜິດ​ຊອບ​ກັບ​ຄອບ​ຄົວ​ທີ່​ມີ​ຍາດ​ຕິ​ພ​ີ່​ນ້ອງ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​​ປັກ​ຮັກ​ສາ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

        ກອງ​ທຶນ​​ອຸ​ປະ​ກະ​ລະ​ເດັກ ຫວຽດ​ນ​າມ ໄດ້​ຮັບ​ການ​ສ້າງ​ຕັ້ງ​ເພື່ອ​ແນ​ໃສ່​​ລະ​ດົມ​ຄວາມ​ເອົາ​ໃຈ​ໃສ່ ແລະ ​ການປະ​ກອບ​ສ່ວນ​ຂອງ​ບັນ​ດາ​ອົງ​ການ​, ​ບຸກ​ຄົນ, ບັນ​ດາ​ນັກ​ອຸ​ປະ​ຖຳ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ ພັກ ແລະ ລັດ ເບິ່ງ​ແຍງ​ດູ​ແລ​ໃຫ້​ເດັກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ.

 

 


ຂ່າວ/ບົດ​ອື່ນ