ຮອງປະທານຜູ້ປະຈຳການສະພາແຫ່ງຊາດຢ້ຽມຢາມພໍ່ແມ່ປະຊາຊົນ ເມື່ອງແຍ

(VOVWORLD) - ໂດຍສືບຕໍ່ການປະຕິບັດງານຢູ່ແຂວງ ດຽນບຽນ, ຕອນເຊົ້າວັນທີ 29 ມັງກອນ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ໄດ້ຢ້ຽມຢາມ ແລະ ເຮັດວຽກກັບອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນຕາແສງຊາຍແດນ ຊີນເທົ່າ, ເມືອງ ເມື່ອງແຍ.
ຮອງປະທານຜູ້ປະຈຳການສະພາແຫ່ງຊາດຢ້ຽມຢາມພໍ່ແມ່ປະຊາຊົນ ເມື່ອງແຍ - ảnh 1 ທ່ານນາງ ຕ່ອງທິຟ໋ອງ ເຮັດວຽກກັບອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນຕາແສງຊາຍແດນ ຊີນເທົ່າ, ເມືອງ ເມື່ອງແຍ

ທີ່ການພົບປະ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຊົມເຊີຍບັນດາຜົນງານ ເຊິ່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນຕາແສງ ຊີນເທົ່າ ບັນລຸໄດ້ໃນຊຸມປີຜ່ານມາ. ພ້ອມທັງ ຕີລາຄາສູງບັນດາເປົ້າໝາຍຂອງຕາແສງ ຊີນເທົ່າ ໃນປີ 2018, ສູ້ຊົນເພື່ອບັນລຸໃຫ້ໄດ້ 17/19 ຈຸດໝາຍກໍ່ສ້າງຊົນນະບົດໃໝ່. ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ກໍ່ສະເໜີ ຕາແສງ ຊີນເທົ່າ ສືບຕໍ່ເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ, ຮັກສາຊາຍແດນແຫ່ງຊາດຢ່າງໝັ້ນຄົງ; ສືບຕໍ່ຮັກສານ້ຳໃຈສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນ; ຕ້ອງມີບັນດາມາດຕະການພິເສດ ເອົາໃຈໃສ່ເຖິງການພັດທະນາເສດຖະກິດ; ສືບຕໍ່ປະຕິບັດວຽກງານປູກຕົ້ນໄມ້ເປັນຢ່າງດີ.

        ແລະກໍ່ໃນຕອນເຊົ້າວັນທີ 29 ມັງກອນ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຢ້ຽມຢາມພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ 317 ອາປາຈາຍ ທີ່ຕັ້ງທັບໃນບໍລິເວນຕາແສງ ຊີນເທົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ