ຮອງປະທານສະພາ ແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບສະມາຊິກສະພາສູງຍີ່ປຸ່ນ

ຮອງປະທານສະພາ ແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບສະມາຊິກສະພາສູງຍີ່ປຸ່ນ - ảnh 1
າດສະດາຈານ Keizo Takemi ແລະ ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ
(ພາບ: Doãn Tấn/TTXVN)


(vovworld) – ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​​ໃນ​ວັນ​ທີ 4/3, ທີ່​ສຳນັກງານ​ສະພາ​​ແຫ່ງ​ຊາດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່​ມທະວີ​ການ​ຮ່ວມ​ມື​ໃນ​ການ​ສ້າ​ງກົນ​ໄກ​​ເສດຖະກິດ​ການ​ຕະຫຼາດໃຫ້ສົມບູນແບບ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ໂຄງປະກອບ​ໂຄງ​ລ່າງ​ຄົບ​ຊຸດ​ກ່ວາ​ອີກ..​. ຕີ​ລາຄາ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ ສາດສະດາຈານ Keizo Takemi ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ​ ສະ​ເໜີ​ວ່າ: ​ໃນ​ຖານະ​ຕຳ​ແໜ່​ງຂອງ​ຕົນ, ທ່ານ ສາດສະດາຈານ Keizo Takemi ສືບ​ຕໍ່​ສະໜັບສະໜູນ ຫວຽດນາມ ສຳລັບ​ບັນດາ​ໂຄງການ ODA ​ເວົ້າ​ລວມ ​ແລະ ​ໃຫ້​ແກ່​ຂະ​ແໜງ​ສາທາລະນະ​ສຸກ​ເວົ້າ​ສະ​ເພາະ, ຮຽກຮ້ອງ​ໃຫ້​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ຂອງ ຍີ່ປຸ່ນ ສືບ​ຕໍ່​ລົງທຶນ​ກໍ່ສ້າງ​ບັນດາ​ໂຮງງານ​ຜະລິດພາຫະນະ​ອຸປະກອນ​ການ​ແພດ, ການ​ຢາ​ຢູ່ ຫວຽດນາມ.

    ສ່ວນ​ທ່ານສາດສະດາຈານ Keizo Takemi ຢືນຢັນ​ວ່າ: ຈະ​ສືບ​ຕໍ່​ມີ​ການ​ປະກອບສ່ວນ​ໃຫ້​ແກ່​ການ​ປັບປຸງ ​ແລ​ະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ, ກໍ່ຄືກາ​ນພົວພັນລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ຍີ່ປຸ່ນ​ເວົ້າ​ສະ​ເພາະ.


ຂ່າວ/ບົດ​ອື່ນ