ຮອງປະທານສະພາ ແຫ່ງຊາດຫງວຽນທິກິມ ເງິນສິ້ນສຸດການຢ້ຽມຢາມ ຣູມານີ

ຮອງປະທານສະພາ ແຫ່ງຊາດຫງວຽນທິກິມ ເງິນສິ້ນສຸດການຢ້ຽມຢາມ ຣູມານີ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ
ຫງວຽນ​ທິກິມ​ເງິນ

 (vovworld)-ວັນ​ທີ 6/9 ​ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ທິກິມ​ເງິນ ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ທ່ານ​ປະທານ​ສະພາ​ຕ່ຳຣູມາ​ນີ Valeriu Stefan Zgonea ​ໃນ​ຂອບ​ເຂດ​ການ​ໄປ​ຢ້ຽມຢາມຣູມາ​ນີ ຢ່າງ​ເປັນ​ທາງ​ການ. ນະ​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ຕ່ຳຣູມາ​ນີ Valeriu Stefan Zgonea ຢືນຢັນວ່າຣູມາ​ນີ ຈະ​​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ແລະ ​ເປັນ​ຂົວ​ຕໍ່​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ອີ​ຢູ, ນຳ​ຜະລິດ​ຕະພັນ​ຂອງ​ຫວຽດນາມ ​ໄປ​ຂາຍ​ຢູ່​ເອີ​ລົບ ​ແລະ ກົງກັນຂ້າມ, ຫວຽ​ດນາມ ອາດ​ຈະ​ແມ່ນ​ຈຸດ​ນັດ​ພົບ​ຂອງ​ບັນດາ​ວິ​ສາ​ຫະກິດຣູມາ​ນີ, ຊ່ວຍ​ເຂົາ​ເຈົ້າສຳ​ພັດ​ກັບ​ຕະຫຼາດ​ອາ​ຊຽນ ​ແລະ ພາກ​ພື້ນ​ອາຊີ-​ປາຊີ​ຝິກ. ທ່ານ​ປະທານ​ສະພາ​ຕ່ຳຣູມາ​ນີ Valeriu Stefan Zgonea ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ, ລັດຖະບານ​ສອງ​ປະ​ເທດ​ຕ້ອງ​ເຮັດ​ໃຫ້​ບັນດາ​ການ​ພົວພັນ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ​ເລິກ​ເຊິ່ງກ່ວາ​ອີກ, ພິ​ເສ​ດ​ແມ່ນ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່​ງຊາດ ພ້ອມ​ທັງ​ປະກອບສ່ວນ​ນຳ​ມາ​ເຊິ່ງກາລະ​ໂອກາດ​ຮ່ວມ​ມື​ລະອຽດ​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ.

  ​ໃນ​ໄລຍະ​ຢູ່​ຢ້ຽມຢາມຣູມາ​ນີ ​ແຕ່​ວັນ​ທີ 3-7/9/2013, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ທິກິມ​ເງິນ ​ໄດ້ມີ​ການ​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດຣູມາ​ນີ, ​ເຮັດ​ວຽກ​ກັບ​ຜູ້​ວ່າ​ດານ​ທະນາຄານ​ແຫ່ງ​ລັດຣູມາ​ນີ, ​ໄປ​ຢ້ຽມຢາມ​ໂຮງງານ​ກັນ​ຕອງ​ນ້ຳມັນ​ເຄມີ Petrom… ທີ່​ບັນດາການ​ພົບ​ປະ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ທິກິມ​ເງິນ ​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ນັກທຸລະກິດ​ ​ແລະ​ ນັກ​ລົງທຶນຣູມາ​ນີ ຈະ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຂົງ​ເຂດ​ທີ​ສອງ​ຝ່າຍ​ມີ​ທ່າ​ແຮງ.

ຂ່າວ/ບົດ​ອື່ນ