ຮອງປະທານສະພາແຫ່ງ ຊາດຫງວຽນທິກິມເງິນ ເຮັດວຽກກັບກົມໃຫຍ່ ພາສີອາກອນ

ຮອງປະທານສະພາແຫ່ງ ຊາດຫງວຽນທິກິມເງິນ ເຮັດວຽກກັບກົມໃຫຍ່ ພາສີອາກອນ - ảnh 1
ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ​

(vovworld) – ຕອນ​ເຊົ້າ​ວັນ​ທີ 10/2, ​ເມື່ອມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບກົມ​ໃຫຍ່​ພາສີ​ອາກອນ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ​ໄດ້​ເນັ້ນ​ໜັກ​ວ່າ, ປີ 2014 ໜ້າ​ທີ່​ງົບປະມານ​ເຊິ່ງສະພາ​ແຫ່ງ​ຊາດ​ມອບ​ໝາຍໃຫ້​ຂະ​ແໜງ​ພາສີ​ອາກອນ​ແມ່ນ 624.000 ຕື້​ດົ່ງ. ນອກຈາກ​ສຳ​ເລັດ​ໜ້າ​ທີ່​ເກັບ​ພາສີ​ອາກອນ​ແລ້ວ, ​ຂະ​ແໜງ​ຍັງ​ຕ້ອງ​ປະຕິບັດ​ສຳ​ເລັດ​ວຽກ​ງານ​ສ້າງ​ນະ​ໂຍບາຍ, ກົດໝາຍ​ວ່າ​ດ້ວຍ​ພາສີ​ອາກອນ​ອີກ​ດ້ວຍ.

ປີ 2013, ຂະ​ແໜງ​ພາສີ​ອາກອນ​ບັນລຸລາຍ​ຮັບ​ງົບປະມານ 105% ​ແຜນການ​ທີ່​ໄດ້​ວາງ​ອອກ. ​ໃນ​ຊຸມ​ວັນ​ຕົ້ນ​ປີ 2014, ຂະ​ແໜງ​ພາສີ​ອາກອນ​ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ, ​ເກັບ​ພາສີ​ອາກອນ​ໄດ້ 27.000 ຕຶ້ດົ່ງ, ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013.

ຂ່າວ/ບົດ​ອື່ນ