ຮອງປະທານສະພາແຫ່ງຊາດ Uong Chu Luu ຕ້ອນຮັບຄະນະ ກຳມາທິການກົດໝາຍສະພາແຫ່ງຊາດລາວ

ຮອງປະທານສະພາແຫ່ງຊາດ Uong Chu Luu ຕ້ອນຮັບຄະນະ ກຳມາທິການກົດໝາຍສະພາແຫ່ງຊາດລາວ - ảnh 1
ທ່ານ​ຮອງ​ປະທານ​ສະ​ພາ​ແຫ່ງ​ຊາດ Uong Chu Luu
ຕ້ອນຮັບທ່ານ​ປະທານ​​ກຳມາທິການ ດາວ​ອນ ຫວ່າງ​ວິຈິດ
(ພາບ: CP )


(vovworld) -     ຕອນ​ບ່າຍ​ວັນ​ທີ 11/10, ຢູ່​​ຮ່າ​ໂນ້ຍ, ທ່ານ​ຮອງ​ປະທານ​ສະ​ພາ​ແຫ່ງ​ຊາດ Uong Chu Luu ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະຜູ້​ແທນ​ກຳມາ​ທິການ​ກົດໝາຍ​ສະພາ​ແຫ່ງ​ຊາດ ສປປ ລາວ ​ໂດຍ​ທ່ານ​ປະທານ​​ກຳມາທິການ ດາວ​ອນ ຫວ່າງ​ວິຈິດ ນຳ​ໜ້າ​ທີ່​ພວມ​ຢ້ຽມຢາມ ​​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 10 – 15/10. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ປະທານ​ສະ​ພາ​ແຫ່ງ​ຊາດ Uong Chu Luu ​ໄດ້​ຢືນຢັນ​ວ່າ ຫວຽດນາມ ຖື​ການ​ພົວພັນ​ກັບ​ສະພາ​ແຫ່ງ​ຊາດ​ລາວ ​ເປັນ​ສຳຄັນ, ສະໜັບສະໜູນ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມືແລກປ່ຽນ​ຂ້ໍ​ມູນ, ບົດຮຽນ​ປະຕິບັດງານ. ທ່ານ​ຮອງ​ປະທານ​ສະ​ພາ​ແຫ່ງ​ຊາດ Uong Chu Luu ​ຖື​ວ່າ, ຫວຽດນາມ ​ແລະ ລາວ​ຕ​້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກົດໝາຍ​ກວ່າ​ອີກ, ​ໂດຍ​ສະ​ເພາະ​ແມ່ນ​ຮ່ວມ​ມື​ຮຽບຮຽງ​ການສ້າງ, ກວດກາ, ສ້າງລະບົບ​ເອກະສານນິຕິ​ກຳ. ທ່ານປະທານ​ຄະນະ​ກຳມາທິການ ດາວ​ອນ ຫວ່າງ​ວິຈິດ ປາດ​ຖະໜາ​ວ່າ ຫວຽດນາມ ສືບ​ຕໍ່​ເພີ​ມທະວີ​ການ​ແບ່ງປັນ​​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ, ສ້າງ​ບັນດາ​ເອກະສານນິຕິ​ກຳ, ຄວາມ​ສາມາດ​ໃນ​ການ​ກວດກາ, ຕິດຕາມ​ກວດກາ​ວິວັດ​ການ​ປະຕິບັດ​ບັນດາ​ເອກະສານດ້ານ​ກົດ​ໝາຍ​ໃນ​ສະພາບ​ຕົວ​ຈິງກັບ​ລາ​ວ.

        ກ່ອນ​ໜ້າ​ນັ້ນ, ຄະນະຜູ້​ແທນ​​ກຳມາ​ທິການ​ຂອງສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ມີ​ການ​ເຮັດວຽກ​ກັບຄະນະຜູ້​ແທນ​ກຳມາ​ທິການ​ກົດໝາຍ​ສະພາ​ແຫ່ງ​ຊາດ ສປປ ລາວ; ຄະນະ​ຜູ້​ແທນກຳມາ​ທິການ​ກົດໝາຍ​ສະພາ​ແຫ່ງ​ຊາດ ສປປ ລາວ ກໍ​ໄດ້​ມີ​ການ​ເຮັດວຽກ​ກັບ​ສະ​ຖາ​ບັນ​ຄົ້ນຄວ້າ​ນິຕິບັນຍັດ​ສະພາ​ແຫ່ງ​ຊາດ​ຫວຽດນາມ. ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ໂດຍ​ຖື​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຕ້ອງ​ຊຸກຍູ້​ການ​ສ້າງ​ບັນດາ​ເນື້ອ​ໃນ, ​ໂຄງການ​ຮ່ວມ​ມື​ກ່ຽວ​ກັບ​ບັນດາ​ນິຕິບັນຍັດ, ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ໃນ​ວຽກ​ງາ​ນຝືກອົບຮົມ​ຍົກ​ສູງ​ຄວາມ​ສາມາດ​ໃຫ້ສະມາຊິກສະພາ​ແຫ່ງ​ຊາດ​ລາວ, ​ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການ​ສ້າງ​ບັນດາ​ເອກະສານນິຕິ​ກຳ. ຄະນະ​ຜູ້​ແທນກຳມາ​ທິການ​ກົດໝາຍ​ສະພາ​ແຫ່ງ​ຊາດ ລາວ ປາດ​ຖະໜາ​ວ່າ ສະ​ຖາ​ບັນ​ຄົ້ນຄວ້າ​ນິຕິບັນຍັດ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຈະໜູນ​ຊ່ວຍ​ສະພາ​ແຫ່ງ​ຊາດ​ລາວ ​ໃນ​ການສ້າງ​ຮູບ​ແບບ​ຄົ້ນຄວ້າ​ດ້ານ​ນິຕິບັນຍັດ.

ຂ່າວ/ບົດ​ອື່ນ