ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ໂມກເຈົາ, ແຂວງເຊີນລາ

(VOVWORLD) - ທີ່ການພົບປະໃນຕອນເວົ້າວັນທີ 02 ພຶດສະພາ, ຜູ້ມີສິດເລືອກຕັ້ງເມືອງ ໂມກເຈົາ ໄດ້ສະເໜີຕໍ່ຄະນະສະມາຊິກສະພາແຫ່ງຊາດ
ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ໂມກເຈົາ, ແຂວງເຊີນລາ - ảnh 1 ທ່ານນາງຮອງປະທານຜູ້ປະຈຳສະພາແຫ່ງຊາດ ຕ່ອງທິຟ໋ອງ (ພາບ: TTXVN)

ຜັນຂະຫຍາຍຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບການອະນຸມັດຜ່ານແຜນສັງລວມເຂດທ່ອງທ່ຽວແຫ່ງຊາດ ໂມກເຈົາ; ສະເໜີຕໍ່ລັດຖະບານ, ກະຊວງຄົມມະນາຄົມຂົນສົ່ງພິຈາລະນາລົງທຶນກໍ່ສ້າງເສັ້ນທາງຄວາມໄວສູງ ຮວາບີງ - ໂມກເຈົາ ກ່ອນປີ 2020. ພ້ອມທັງສະເໜີກ່ຽວກັບການປະຕິບັດແຜນຮ່າງໜູນຊ່ວຍຜູ້ມີຄຸນງາມຄວາມດີກ່ຽວກັບເຮືອນຢູ່ຕາມຂໍ້ຕົກລົງເລກທີ 22 ຂອງນາຍົກລັດຖະມົນຕີ.

        ກ່າວຄຳເຫັນທີ່ກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານນາງຮອງປະທານຜູ້ປະຈຳສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຮັບຮູ້ບັນດາຄວາມມານະພະຍາຍາມ, ຄວາມສາມັກຄີຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຢູ່ເມືອງ ໂມກເຈົາ ໃນການຍູ້ແຮງການພັດທະນາເສດຖະກິດສັງຄົມ, ການຫັນປ່ຽນອົງປະກອບແນວປູກ, ພັດທະນາການທ່ອງທ່ຽວ, ການບໍລິການ. ທ່ານນາງ ຕ່ອງທິຟ໋ອງ ປາດຖະໜາວ່າ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງ ໂມກເຈົາ ສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ຄວາມສາມາດບົ່ມຊ້ອນທ່າແຮງຂອງທ້ອງຖິ່ນ, ເລືອກເຟັ້ນເອົາບັນດາແນວປູກ, ສັດລ້ຽງທີ່ເປັນປາຍແຫຼມ, ມີບັນດາຜະລິດຕະພັນກະເສດທີ່ມີຄຸນນະພາບສູງກ່ວາ ເພື່ອສົ່ງອອກໄປຍັງຕະຫລາດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ