ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເຂົ້າຮ່ວມກອງປະຊຸມຂອງສະພາປະຊາຊົນ ແຂວງ ຮ່ວາບິ່ນ

ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເຂົ້າຮ່ວມກອງປະຊຸມຂອງສະພາປະຊາຊົນ ແຂວງ ຮ່ວາບິ່ນ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ
(ພາບປະກອບ)

(​vovworld) – ວັນ​ທີ 9/7, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຄັ້ງ​ທີ 6 ສະພາ​ປະຊາຊົນ​ແຂວງ ຮ່ວາ​ບິ່ນ ຊຸດ​ທີ 15, ອາຍຸ​ການ (2011 -2016), ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ເນັ້ນ​ໜັກວ່າ: ​ເພື່ອ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ​ພ້ອມ​ກັບ​ທົ່ວ​ປະ​ເທ​ດນັ້ນ, ​ໃນ​​ໄລຍະ​ຈະ​ມາ​ເຖິງ, ​ແຂ​ວງ ຮ່ວາ​ບິ່ນ ຄວນ​ສຸ​ມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່​ມຊ້ອນ, ທ່າ​​ແຮງ​ຂອງ​ທ້ອງ​ຖິ່ນ, ຮ່ວມ​ສຳພັນ​ກັບ​ແຂວງ​ໃກ້​ຄຽງ​ເພື່ອ​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ. ​ແຂ​ວງ ຄວນ​ສືບ​ຕໍ່​ກວດ​ຄືນ​ແຜນກຳນົດບັນດາ​​ເຂດ​ຊຸມ​ຊົນ, ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ສຳລັບ​ປະຊາຊົນ​ຜູ້​ໄດ້​ສະ​ຫງວນ​ທີ່​ດິນ​ເພື່ອ​ກໍ່ສ້າງ​ກິດຈະກຳ​​ເຂື່ອນ​ໄຟຟ້າ​ນ້ຳຕົກ ຮ່ວາ​ບິ່ນ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ສະ​ເໜີ​ໃຫ້​ແຂວງ ຮ່ວາ​ບິ່ນ ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​​ໃໝ່, ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ບໍລິ​ເວນ​ແຂວງ, ພິ​ເສດ​ແມ່ນ​ພໍ່​​ແມ່​ປະຊາຊົນ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາ​ກ​ເປັນ​ພິ​ເສດ, ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ເພື່ອ​ພັດທະນາ​ວັດທະນະທຳ, ການທ່ອງທ່ຽວ.

 

ຂ່າວ/ບົດ​ອື່ນ