ຮອງປະທານສະພາແຫ່ງຊາດ ລາວ ຕ້ອນຮັບຄະນະປະຕິບັດງານກຳມາທິການເສດຖະກິດຂອງ ສະພາແຫ່ງຊາດ ຫວຽດນາມ

ຮອງປະທານສະພາແຫ່ງຊາດ ລາວ ຕ້ອນຮັບຄະນະປະຕິບັດງານກຳມາທິການເສດຖະກິດຂອງ ສະພາແຫ່ງຊາດ ຫວຽດນາມ - ảnh 1
ທ່ານ ຫງວຽນ​ວັນ​ຟຸກ ແລະ ທ່ານ​ ​ໄຊ​ສົມ​ພອນ ພົມວິຫານ

(vovworld) – ​ຕອນ​ບ່າຍ​ວັນ​ທີ 22/7, ຢູ່​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ລາວ, ທ່ານ​ ​ໄຊ​ສົມ​ພອນ ພົມວິຫານ, ກຳມະການ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ ລາວ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ປະຕິບັດ​ງານ​ຂອງ​ກຳມາ​ທິການ​ເສດຖະກິດ ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ວັນ​ຟຸກ, ຮອງ​ຫົວໜ້າ​ກຳມາ​ທິການ​ນຳ​ໜ້າ, ທີ່​ພວມ​ຢ້ຽມຢາມ ສປປ ລາວ ​​ແຕ່​ວັນ​ທີ 21 – 25/7. ທ່ານ ຫງວຽນ​ວັນ​ຟຸກ ລາຍ​ງານ​​ໃຫ້​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ລາວ ​ໄດ້​ຮັບ​ຊາບ​ກ່ຽວ​ກັບ​ໝາກຜົນ​ການ​ເຈລະຈາ​ກັບ​ບາງ​ກະຊວງ, ຂະ​ແໜງ​ການທີ່​ກ່ຽວຂ້ອງ​ຂອງ ລາວ ​ແລະ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ທີ່ລົງທຶນ​ຢູ່ ລາວ, ກໍ່​ຄື​ບັນດາ​ຂໍ້​ສະ​ເໜີ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ເພື່ອ​ແນ​ໃສ່​ຄຸ້ມ​ຄອງ​ວຽກ​ງານ​ລົງທຶນ​ຢູ່​ ລາວ ຢ່າງ​​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ທ່ານ ຫງວຽນ​ວັນ​ຟຸກ ປາດ​ຖະໜາ​ວ່າ: ລັດຖະບານ ລາວ ສືບຕໍ່ມີ​ນະ​ໂຍບາຍບຸລິມະສິດ​ສຳລັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ ຢູ່ ລາວ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ພົມວິຫານ ຕີ​ລາຄາ​ສູງ​ຄວາມ​ເປັນ​ເຈົ້າ​ການ​ສົມທົບ​ກັນລະຫວ່າງ ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ ​ໃນ​ສະພາບ​ການ ລາວ ຫາ​ກໍ່​ເຂົ້າ​​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ (WTO), ກໍ່​ຄື​ວິວັດ​ການ​ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໃນ​ປີ 2015, ​ເຊິ່ງ ລາວ ​ພວມເອົາ​ໃຈ​ໃສ່​ຮຳ່ຮຽນ ​ເອົາ​ບົດຮຽນ​ຂອງ ຫວຽດນາມ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ພົມວິຫານ ຫວັງ​ວ່າ ຫວຽດນາມ ສືບ​ຕໍ່​ໜູນ​ຊ່ວຍ ລາວ ຜ່ານ​ບັນດາ​ໂຄງການ​ທີ່​ໄດ້ຮັບ​ການ​ລົງ​ນາມ, ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ເພີ່ມ​ທະວີ​ການ​ຕິດຕາມ, ກວດກາ, ຄຸ້ມ​ຄອງ​ບັນດາ​ໂຄງການ​ລົງທຶນ, ສືບ​ຕໍ່​ຮຽກ​ຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ ຢູ່ ລາວ.

ຂ່າວ/ບົດ​ອື່ນ