ຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ, ມອບຂອງຂວັນຢູ່ໂຮງໝໍຫົວໃຈ ຮ່າໂນ້ຍ

ຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ, ມອບຂອງຂວັນຢູ່ໂຮງໝໍຫົວໃຈ ຮ່າໂນ້ຍ - ảnh 1

ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຢ້ຽມຢາມ, ມອບ​ຂອງ​ຂວັນ​ຢູ່​ໂຮງໝໍ​ຫົວ​ໃຈ ຮ່າ​ໂນ້ຍ

(ພາບ: na.gov.vn)

 (vovworld) – ຕອນ​ບ່າຍ​ວັນ​ທີ 17/7, ຢູ່ ຮ່າ​ໂນ້ຍ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ເຂົ້າ​ຮ່ວມ​ລາຍການ​ຜ່າຕັດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ເດັກນ້ອຍ​ທີ່​ຖືກ​ພະຍາດ​ຫົວ​ໃຈ​ມາ​ແຕ່​ເກີດ ​ແລະ ຢື້ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ບັນດາ​ເດັກ​​ເປັນ​ໂລກໝາກ​ຫົວ​ໃຈ​ມາ​ແຕ່​ເກີດ​ທີ່​ພວມ​ປິນປ່ົວ​ພະຍາດ​ຢູ່​ໂຮງໝໍ​ຫົວ​ໃຈ​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ລາຍການ, ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນສະ​ແດງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ຍ້ອນວ່າ​ພາຍຫຼັງ​ການ​ພົບ​ປະ​ຄັ້ງ​ນີ້, ມີ​ເດ​ັກນ້ອຍ 60 ຄົນ​ທີ່​​ເປັນ​ໂລກ​ຫົວ​ໃຈ​ມາ​ແຕ່​ເກີດ​ຈະ​ໄດ້​ຮັບ​ການຜ່າຕັດ, ພ້ອມ​ທັງ​ປາດ​ຖະໜາ​ວ່າ: ພາ​ຍຫຼັງ​ການຜ່າຕັດ ສຸຂະພາບ​ຂອງພວກ​ນ້ອງ​ຈະ​ຟື້ນ​ຟູ​ໂດຍ​ໄວ​ເພື່ອ ສືບ​ຕໍ່​ການ​ຮຳ່ຮຽນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ກໍ່​ຂອບ​ອົກ​ຂອບ​ໃຈ​ບັນດາ​​ອົງການ ​ແລະ ສ່ວນ​ບຸກຄົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງ​ປະ​ເທດ​ໄດ້​ໜູນ​ຊ່ວຍ​ຄ່າ​ຜ່າຕັດ​ໃຫ້​ແກ່​ເດັກ​​ເປັນ​ໂລກ​ຫົວ​ໃຈ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເວົ້າ​ລວມ ​ແລະ ​ເດັກ​​ເປັນ​ໂລກ​ຫົວ​ໃຈ​ມາ​ແ່​ເກີດ​ເວົ້າ​ສະ​ເພາະ, ພ້ອມ​ທັງ​ຫວັງ​ວ່າ: ບັນດາ​ອົງການ, ສ່ວນ​ບຸກຄົນທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ຈະຮ່ວມ​​ແຮງ​ຮ່ວມ​ໃຈ​ເພື​່ອໜູນ​ຊ່ວຍ​ການຜ່າຕັດ​ໃຫ້​ແກ່​ເດັກນ້ອຍ​ເປັນ​ພະຍາດ, ພິ​ເສດ​ແມ່ນ​ເດັກ​​ເປັນ​ໂລກ​ຫົວ​ໃຈ​ມາ​ແຕ່​ເກີດ.

ຂ່າວ/ບົດ​ອື່ນ