ຮອງປະທານສະພາແຫ່ງຊາດ ອວງຈູລິວ ໄປມອບ ຂອງຂວັນຢູ່ແຂວງກວາງບີງ

ຮອງປະທານສະພາແຫ່ງຊາດ ອວງຈູລິວ ໄປມອບ ຂອງຂວັນຢູ່ແຂວງກວາງບີງ - ảnh 1
​ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ
​ ມອບ​ຂອງຂວັນ​ໃຫ້ພວກ​ເດັກ​ພິການ

Vovworld- ວັນ​ທີ 25/1, ​ເມື່ອ​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ຢູ່​ສູນ​ສຶກສາ​ເດັກ​ພິການ ​ແລະ ຄອບຄົວ​ທີ່​ມີ​ຜູ້​ປະສົບ​ເຄາະ​ຮ້າຍ​ຍ້ອນ​ເຮືອ​ຫຼົ້ມ​ຢູ່ 3 ​ຕາ​ແສງ ກວາງ​ໂລກ, ກວາງມິງ, ກວາງຫາຍ ທີ່ເມືອງກວາງແຈກ ແຂວງກວາງບີງ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ໄດ້ສະເໜີສູນ​ສຶກສາ​ເດັກ​ພິການ ​ແລະ ຄອບຄົວ​ທີ່​ມີ​ຜູ້​ປະສົບ​ເຄາະ​ຮ້າຍ​ຍ້ອນ​ເຮືອ​ຫຼົ້ມ​ ຍາມໃດກໍ ມານະພະຍາຍາມແກ້ໄຂຄວາມ ຫຍຸ້ງຍາກເພື່ອເບິ່ງແຍງດູແລ, ລ້ຽງດູ, ສິດສອນ  ໃຫ້​ແກ່​ນັກຮຽນ​ຄົນພິການ ​ແລະ ​ເດັກ​ກຳພ້າ​ເກືອບ 100 ຄົນ​ເພື່ອ​ຊ່ວຍ​ສ້າງ​ອະນາຄົດ​ທີ່​ດີງາມ​ກ່ວາ​ໃຫ້​ແກ່​ພວກ​ນ້ອງ. ​ເມື່ອ​ລົງ​ຢ້ຽມຢາມ, ລະດົມ​ໃຈ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່ 22 ຄອບຄົວ​ທີ່​ມີ​ຜູ້​ປະສົບ​ເຄາະ​ຮ້າຍ​ຍ້ອນ​ເຮືອ​ຫຼົ້ມ​ຢູ່ 3 ​ຕາ​ແສງ ກວາງ​ໂລກ, ກວາງມິງ, ກວາງຫາຍ​ເມື​ອ່ທ້າຍ​ປີ 2012, ທ່ານຮອງປະທານ ສະພາແຫ່ງຊາດຫວຽດນາມ ອວງຈູລິວ ​ໄດ້​ຢືນຢັນ​ວ່າ ອຳນາດ​ການ​ປົກຄອງ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ ຄວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ ​ເພື່ອ​ບັນ​ເທົາຄວາມ​ສູນ​ເສຍ, ຄວາມ​ເຈັບ​ປວດ​ໃຫ້​ແກ່​ບັນດາ​ຄອບຄົວ​ຊາວ​ປະມົງທີ່​ມີ​ຜູ້​ປະສົບ​ເຄາະ​ຮ້າຍ​.

ຂ່າວ/ບົດ​ອື່ນ