ຮອງປະທານສະພາແຫ່ງຊາດ ຮີ່ງງອກເຊີນ ຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ

ຮອງປະທານສະພາແຫ່ງຊາດ ຮີ່ງງອກເຊີນ ຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ - ảnh 1
ການເຄື່ອນໄຫວຂອງ​ທ່ານ​ຮອງ​ປະທານ​
ສະພາ​ແຫ່ງ​ຊາດ​ຫວຽດນາມ ຮີ່ງງອກ​ເຊີນຢູ່ກຳປູເຈຍ
(ພາບ: baomoi.com)


(vovworld) -     ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຮີ່ງງອກ​ເຊີນ ນຳ​ໜ້າ, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ກຳ​ປູ​ເຈຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ Heng Xonrin; ຮອງປະທານ​ສະພາ​ສູງ​ກຳປູ​ເຈຍ Tep Ngon ​ແລະ ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຮີ່ງງອກ​ເຊີນ ພ້ອມ​ກັນ​ສະ​ແດງ​ຄວາມ​ປິຕິ​ຊົມຊື່ນຕີ​ລາຄາ ການ​ພົວພັນລະຫວ່າງ​ສອງ​ປະ​ເທດໃນ​ທຸກໆ​ຂົງ​ເຂດ ​ແລະ ລະຫວ່າງ​ບັນດາ​ອົງການ​, ຄະນະ, ຂະ​ແໜງ​ການ​ສອງ​ສອງ​ປະ​ເທດ, ​ໃນ​ນັ້ນ​ມີ​ບັນດາອົງການ​ນິຕິບັນຍັດ​ພວມ​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ. ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ​, ສະພາ​ສູງ​ກຳ​ປູ​ເຈຍ ຈະ​ສືບ​ຕໍ່​ຍູ້​ແຮງບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນນິຕິ​ບັນຍັດ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ຂົງ​ເຂດ​ຍົກ​ສູງ​ຄຸນ​ນະພາ​ບແຫຼ​ງຊັບພະຍາກອນ​ມະນຸດ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ນິຕິບັນຍັດ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ