ຮອງປະທານສະພາແຫ່ງຊາດ ຮີນຫງອກເຊີນ ຕ້ອນຮັບປະທານກຸ່ມ ສສຊ ມິດຕະພາບຝລັ່ງ - ຫວຽດນາມ

ຮອງປະທານສະພາແຫ່ງຊາດ ຮີນຫງອກເຊີນ ຕ້ອນຮັບປະທານກຸ່ມ ສສຊ ມິດຕະພາບຝລັ່ງ - ຫວຽດນາມ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີນ​ຫງອກ​ເຊີນ
​ຕ້ອນຮັບປະທານ​ກຸ່ມ​ ສສຊ ມິດຕະພາບ​ຝລັ່ງ - ຫວຽດນາມ
(ພາບ: daibieunhandan.vn)


(vovworld) – ທີ່​ການ​ຕ້ອນຮັບ​ທ່ານປະທານ​ກຸ່ມ​ ສສຊ ມິດຕະພາບ​ຝລັ່ງ - ຫວຽດນາມ Pascal Deguilhem ​ໃນ​ຕອນ​ບ່າຍ​ວັນ​ທີ 02/06, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີນ​ຫງອກ​ເຊີນ ຢືນຢັນ​ວ່າ ຝລັ່ງ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ຫວຽ​ດນາມ ຢູ່​ເອີ​ລົບ, ການ​ພົວພັນ​ມິດຕະພາບ ​ແລະ ການຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຝລັ່ງ ພວມ​​ພັດທະນາ​ຢ່າງ​ເລິກ​​ເຊິ່ງ, ກວ້າງ​ແຂ​ວາງ, ​ແທດ​ຈິງ ​ແລະ ຮ່ວມ​ມືຮອບດ້ານ​ໃນ​ທຸກ​ຂົງ​ເຂດຄື ​ເສດຖະກິດ, ວິ​ທະຍາ​ສາດ - ​ເຕັກນິກ, ການ​ສຶກສາ​ບຳລຸງ​ສ້າງ, ວັດທະນະ​ທຳ, ທັງ​ຢູ່​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ. ​ເລື່ອງ 2 ປະ​ເທດຫັນ​ເປັນ​ຕົວ​ຈິງ ​ແລະ ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ໄດ້​ສະ​ແດງ​ໃຫ້​ເຫັນຄວາມ​ສະໜິດຕິດ​ພັນ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ດ້ານ​ການ​ເມືອງ, ສ້າງ​ພື້ນຖານ​ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ, ​ແທດ​ເໝາະ​ກັບ​ຄວາມ​ຕ້ອງການ ​ແລະ ຜົນ​ປະ​ໂຫຍ​ດຂອງ​ທັງ 2 ຝ່າຍ. ​ເມື່ອ​ເຕື້ອງ​ເຖິງ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ​, ທ່ານປະທານ​ກຸ່ມ ​ສສຊ ​ມິດຕະພາບ​ຝລັ່ງ - ຫວຽດນາມ Pascal Deguilhem ​ໃຫ້​ຮູ້​ວ່າ: ຝລັ່ງ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ບົນ​ທະ​ເລ​ຕາ​ເວັນ​ອອກໂດຍ​ສັນຕິ​ວິທີ ​ແລະ ປະຕິບັດ​ມາດ​ຕະການ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ. ທ່ານປະທານ Pascal Deguilhem ຢືນຢັນ​ວ່າ ຈະ​ສືບ​ຕໍ່​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະ​ຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ ກໍ່​ຄື​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຝລັ່ງ - ຫວຽດນາມ.

ຂ່າວ/ບົດ​ອື່ນ