ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມແລະເຮັດວຽກຢູ່ແຂວງເງະອານ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມແລະເຮັດວຽກຢູ່ແຂວງເງະອານ - ảnh 1
ທ່ານ​ນາງ​ ຕ່ອງ​ທິຟ໋ອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ
(ພາບ: truyenhinhnghean.vn)


(vovworld) – ​​​ໃນລະຫວ່າງ​ວັນ​ທີ 9 ​ແລະ 10/2, ທ່ານ​ນາງ​ ຕ່ອງ​ທິຟ໋ອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ​ໄດ້​ລົງ​ຢ້ຽມຢາມ, ​ເຮັດ​ວຽກ​ຢູ່​​ເມືອງ ກູ່​ຍ​ເຈົາ (Quỳ Châu) ​ແລະ ​ເມືອງ ​ເກ໋ວ​ຟອງ (Quế Phong), ​ແຂວງ ​ເງະ​ອານ. ທ່ານ​ນາງ ​ ຕ່ອງ​ທິຟ໋ອງ ສະ​ເໜີ​ໃຫ້​ບັນດາ​ທ້ອງ​ຖີ່​ນ​ໃນ​ແຂວງ ​ເງະ​ອານ ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ອຳນາດ​ການ​ປົກຄອງ, ກໍ່ສ້າງພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ປົກ​ປ້ອງ ​ແລະ ປົກ​ປັກ​ຮັກສາ​ສີສັນ​ວັດທະນະທຳ​ຂ​ອງຊາດ, ພ້ອມ​ທັງ​ປະຕິບັດ​ບັນດາ​ມາດ​ຕະການ​ພັດທະນາ​ເສດຖະກິດ, ສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢ່າງ​ມີ​ປະສິດທິ​ຜົນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ ຕ່ອງ​ທິຟ໋ອງ ​ໄດ້​ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ ​ແລະ ​ບາງ​ຄອບຄົວ​​ເປົ້າ​ໝາຍນະ​ໂຍບາຍ​ຢູ່​ທ້ອງ​ຖີ່​ນ.

ຂ່າວ/ບົດ​ອື່ນ