ຮອງປະທານສະພາແຫ່ງຊາດຕ້ອນຮັບຄະນະສະມາຊິກລັດຖະສະພາບັນດາປະເທດEFTA

ຮອງປະທານສະພາແຫ່ງຊາດຕ້ອນຮັບຄະນະສະມາຊິກລັດຖະສະພາບັນດາປະເທດEFTA - ảnh 1
ຮອງປະທານສະພາແຫ່ງຊາດ ຟຸງກວກຫຽນ ຕ້ອນຮັບ
ຄະນະສະມາຊິກລັດຖະສະພາບັນດາປະເທດEFTA

(vovworld) - ​ ​ ​ຕອນ​ບ່າຍ​ວັນ​ທີ 05/10, ຢູ່​ສຳນັກ​ງານສະພາ​ແຫ່ງ​ຊາດ ຫວຽດນາມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຟູ​ງກວກ​ຫຽນ ​ໄດ້​​ໃຫ້ການ​ຕ້ອນຮັບ​ຄະນະ​ສະມາຊິກ​ລັດຖະສະພາ​ບັນດາ​ປະ​ເທດ​ສະມາຊິກ​ສະຫະ​ສະມາຄົມ​ການ​ຄ້າ​ເສລີ​ເອີ​ລົບ​ (EFTA) ​ໂດຍ​ທ່ານ Svein Roald Hansler, ຮອງ​ປະ​ທານ​ສະພາ​ແຫ່ງ​ຊາດ ນອກ​ແວ ​ເປັນ​ຫົວໜ້າ​ຄະນະ ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຟູງກວກ​ຫຽນ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍຄວນ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ EFTA ​ເພີ່ມ​ທະວີ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ EFTA ມີ​ທ່າ​ແຮງ ​ແລະ ຫວຽດນາມ ພວມ​ມີ​ຄວາມ​ຕ້ອງການ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ກໍ່​ເນັ້ນ​ໜັກ​ເຖິງ​ເລື່ອງ ສຳ​ເລັດການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ ຫວຽດນາມ - EFTA ​ໂດຍ​ໄວ ​ເຊິ່ງທີ່​ມີ​ຄວາມ​ໝາຍ​ສຳຄັນ ​ໃນ​ການຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ ຫວຽດນາມ ກັບກຸ່ມ EFTA ​ເວົ້າ​ລວມ ​ແລະ ​ແຕ່ລະ​ປະ​ເທດ​ສະມາຊິກ EFTA ​ເວົ້າ​ສະ​ເພາະ. ​ເພາະສະ​ນັ້ນ, ສະ​ເໜີ​ບັນດາ​ປະ​ເທດ EFTA ສືບ​ຕໍ່​ມານະ​ພະຍາຍາມ​ຊຸກຍູ້​ການ​ເຈລະຈາ​ ບົນ​ຈິດ​ໃຈ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ກໍ່​ຄື​ບັນດາ​ຫຼັກ​ການ, ການກຳນົດ​ທິດ​ໃຫຍ່ ​ເຊິ່ງບັນລຸ​ໄດ້ກ່ອນ​ທີ່​ເລີ່​ມຕົ້ນ​ການ​ເຈລະຈາ​ພິ​ເສດ; ພ້ອມທັງ ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດ​ແກ່ນສານ​ຂອງ​ບັນດາ​ຝ່າຍຢ່າງ​ສົມ​ເຫດ​ສົມ​ຜົນ.

        ສະມາຊິກ​ລັດຖະສະພາ​ບັນດາ​ປະ​ເທດ EFTA ຢືນຢັນ​ວ່າ: ​ເລື່ອງ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ EFTA - ຫວຽດນາມ ​ໂດຍ​ໄວ​ນັ້ນາ ຈະ​ສ້າງ​ພື້ນຖານ​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ​ລະຫວ່າງ​ບັນດາ​ຝ່າຍ. ບັນດາ​ສະມາຊິກ​ລັດຖະສະພາ​ປາດ​ຖະໜາ​ວ່າ EFTA - ຫວຽດນາມ ຈະ​ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລ​ະ ​ເລິກ​ເຊິ່ງກ່ວາ​ອີກ, ຜ່ານ​ນັ້ນ ຊຸກຍູ້​ການ​ພັດທະນາ​ບັນດາ​ຂົງ​ເຂດ​ຄື: ສິນຄ້າ, ການ​ບໍລິການ, ການ​ລົງທຶນ…​ລະຫວ່າງ​ບັນດາ​ຝ່າຍ.

ຂ່າວ/ບົດ​ອື່ນ