ຮອງປະທານສະພາແຫ່ງຊາດລາວ ຕ້ອນຮັບຄະນະຜູ້ແທນກຳມາທິການກ່ຽວກັບບັນຫາສັງຄົມ ຫວຽດນາມ

ຮອງປະທານສະພາແຫ່ງຊາດລາວ ຕ້ອນຮັບຄະນະຜູ້ແທນກຳມາທິການກ່ຽວກັບບັນຫາສັງຄົມ ຫວຽດນາມ  - ảnh 1
ທ່ານ​​ໄຊ​ສົມ​ພອນ ພົມ​ວິຫານ ແລະ ທ່ານ​ນາງ ​ເຈືອງ​ທິມາຍ
ພາບ:TTXVN


 (vovworld)-  ວັນ​ທີ 30/1, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ​ໄຊ​ສົມ​ພອນ ພົມ​ວິຫານ ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ກຳມາ​ທິການ​ກ່ຽວ​ກັບ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ນາງ ​ເຈືອງ​ທິມາຍ, ກຳມະການ​ສູນ​ກາງ​ພັກ ​ເປັນ​ຫົວຫນ້າ​ຄະນະ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ ​ແຕ່​ວັນ​ທີ 28 -30/1. ທີ່​ການ​ຕ້ອນຮັບ, ທ່ານ​ນາງ ​ເຈືອງ​ທິມາຍ ຕີ​ລາຄາ​ສູງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ລາວ ​ໃນ​ການ​ສ້າງ​ນິຕິ​ກຳ, ວຽກ​ງານ​ຕິດຕາມ​ກວດກາ, ການ​ສຳ​ຫລວດ​ບັນດາ​ປະມວນ​ກົດໝາຍ, ພິ​ເສດ ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ໃຫ້​ນັບ​ມື້​ນັບ​ປະສິດທິ​ຜົນ​ກວ່າ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ສືບ​ຕໍ່​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ຊຸກຍູ້​ການ​ຮ່ວມ​ມື, ປະກອບສ່ວນ​ຢ່າງ​ແທດ​ຈິງ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ລະຫວ່າງ ຫວຽດນາມ ​ແລະ ລາວ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ​ໄຊ​ສົມ​ພອນ ພົມວິຫານ ປາດ​ຖະຫນາ​ຢາກ​ສອງ​ຝ່າຍ ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ເພື່ອ​ນຳ​ບັນດາ​ບັນຫາ​ສັງຄົມ​ຊຶ່ງ​ສະພາ​ແຫ່ງ​ຊາດ ຮັບ​ຮອງ​ເອົາ​ເຂົ້າ​ສູ່​ຊີວິດ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

 

 

ຂ່າວ/ບົດ​ອື່ນ