ຮອງປະທານສະພາແຫ່ງຊາດລາວຢ້ຽມຢາມແລະເຮັດວຽກຢູ່ແຂວງເງະອານ

ຮອງປະທານສະພາແຫ່ງຊາດລາວຢ້ຽມຢາມແລະເຮັດວຽກຢູ່ແຂວງເງະອານ - ảnh 1
ທ່ານຮອງປະທານສະພາແຫ່ງຊາດລາວ
ຢ້ຽມຢາມແລະເຮັດວຽກຢູ່ແຂວງເງະອານ
(ພາບ: TTXVN)

(vovworld) – ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ, ວັນ​ທີ 18/08, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ສົ​ມ​ພັນ ແພງ​ຄຳ​ມີ ໄດ້​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ ເງະ​ອານ. ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​​ຄະ​ນ​​ະພັກແຂວງ, ສະ​ພາ​ປະ​ຊາ​ຊົນ ແລະ ຄະ​ນະ​ສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ເງະ​ອານ, ທ່​ານ ສົ​ມ​ພັນ ແພງ​ຄຳ​ມີ ໃຫ້​ຮູ້​ວ່າ, ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ສ​ປ​ປ.ລາວ ປາດ​ຖະ​ໜາ​ຢາກ​ແລກ​ປ່ຽນ, ຮ່ຳ​ຮຽນ​ບົດ​ຮຽນ​ໃນ​ການ​ຈັດ​ຕັ້ງ, ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ, ຊອກ​ຫາ​​ພາ​ລະບົດ​ບາດໜ້າ​ທີ່, ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ ແລະ ບັນ​ດາ​ຄະ​ນະ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຂວງ ເງະ​ອານ ຕື່ມ​ອີກ. ກໍ່​ທີ່​ການ​ເຮັດ​ວຽກ, 2 ຝ່າຍ​ໄດ້​ແລກ​ປ​່ຽນ, ປຶກ​ສາ​ຫາ​ລື​ຫຼາຍ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ໝາກ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ 2 ແຂວງ ເງະ​ອານ - ຊຽງ​ຂວາງ (ລາວ) ໄລ​ຍະ 2011 – 2016 ແລະ ວາງ​ທິດ​ທາງ, ໜ້າ​ທີ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ ເພື່ອ​ນຳ​ການ​ພົວ​ພັ​ນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ແຂວງ ສືບ​ຕໍ່ເຂົ້າ​​ສູ່​ລວງ​ເລິກ, ແທ​ດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ຂ່າວ/ບົດ​ອື່ນ