ຮອງປະທານສະພາແຫ່ງຊາດອວງຈູລືວຕ້ອນຮັບຄະນະຜູ້ແທນນັກຮົບເກົ່າດີເດັ່ນທົ່ວປະເທດ

ຮອງປະທານສະພາແຫ່ງຊາດອວງຈູລືວຕ້ອນຮັບຄະນະຜູ້ແທນນັກຮົບເກົ່າດີເດັ່ນທົ່ວປະເທດ - ảnh 1
ການ​ຕ້ອນ​ຮັບ​ຖືກ​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ

(vovworld) – ​ ​​​​​ວັນ​ທີ 15/12, ທີ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ທ່ານ ອວງ​ຈູ​ລືວ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ພົບ​ປະ​ກ​ັບ​ຄະ​ນະ​ຜູ້​ແທນ​ນັກ​ຮົບ​ເກົ່າ​ດີ​ເດັ່ນ​ທົ່​ວ​ປະ​ເທດມາ ຮ່າ​ໂນ້ຍ ເຂົ້າ​ຮ່ວມລາຍ​ການ​​ພົບ​ປະ​ແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ “ນ້ຳ​ໃຈ​ຜູ້​ຮ່ວມ​ກົມ​ກອງ”. ນະ​ທີ່ນີ້, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລືວ ຢ​ັ້ງ​ຢືນ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ນັກ​ຮົບ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ປວຍ, ນັກ​ຮົບ​ເກົ່າ ແລະ ຄອບ​ຄົວ​ນະ​ໂຍ​ບາຍ​ໂດຍ​ພັກ, ລັດ, ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ຈັດ​ຕັ້ງ​ປະ​ຕິ​ບັດ​ຢ​່າງ​ທັນ​ການ, ມີ​ປະ​ສິ​ດ​ທິ​ຜົນ. ສ​ຳ​ລັບ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ເຊິ່ງ​ແມ່ນ​ຫົວ​ໜ່ວຍ​ເຄື່ອນ​ໄຫວ​ເພື່ອ​ສິດ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ນັກ​ຮົບ​ເກົ່າ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ວ່າ ​ຄວນສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ, ຈ​ິດ​ໃຈ​ໃຫ້​ສະ​ມາ​ຊິກ​ສະ​ມາ​ຄົມ, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ຄາດ​ໝາຍ​ຫລຸດ​ຜ່ອນ​ຄວາມ​ທຸ​ກ​ຍາກ​ເຊິ່ງ​ສະ​ມາ​ຄົມ​ໄດ້​ວາງ​ອອກ. ທ່ານ​ຮ​ອງ​ປະ​ທານ​ສະ​ພາ​ແຫ່​ງ​ຊາ​ດ​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ນັກ​ຮົບ​ເກົ່າ ຈະ​ສືບ​ຕໍ່​ສຸ​ມ​ຈິດ​ສຸມ​ໃຈ​ໃນ​ການເບິ່ງ​ແຍງ​ດູ​ແລ​ສຶກ​ສາ​​ອົບ​ຮົມລຸ້ນ​ໜຸ່ມ​ໃຫ້​ມີ​ຄວາມ, ສາ​ມັກ​ຄີ, ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ບັນ​ດາ​​ປະ​ກົດ​ການຫຍໍ້​ທໍ້​ໃນ​ສັງ​ຄົມ.


ຂ່າວ/ບົດ​ອື່ນ