ຮອງປະທານສະພາແຫ່ງຊາດຮີ່ງຫງອກເຊີນຕ້ອນຮັບຄະນະຜູ້ແທນຜູ້ທີ່ມີອິດທິພົນຊື່ສຽງຊາວເຜົ່າສ່ວນໜ້ອຍດັກລັກ

ຮອງປະທານສະພາແຫ່ງຊາດຮີ່ງຫງອກເຊີນຕ້ອນຮັບຄະນະຜູ້ແທນຜູ້ທີ່ມີອິດທິພົນຊື່ສຽງຊາວເຜົ່າສ່ວນໜ້ອຍດັກລັກ - ảnh 1
ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຮີ່ງ​ຫງອກ​ເຊີ​ນ
(ພາບປະກອບ)


​(vovworld) - ຕອນ​ເຊົ້າ​ວັນ​ທີ 19/06, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ ຜູ້​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ປະຊາຊົນເຜົ່າ​ສ່ວນ​ໜ້ອຍ​ແຂວງ​ດັກ​ລັກ, ​ເນື່ອງ​ໃນ​ໂອກາດ​ຄະນະ​ຜູ້​ແທນ​ມາ​ຢ້ຽມຢາມ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ, ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຮີ່ງ​ຫງອກ​ເຊີ​ນ ຢືນຢັນ​ວ່າ, ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຕົນ, ຍາ​ມ​ໃດສະພາ​ແຫ່ງ​ຊາດກໍ່​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ກັບ​ປະຊາຊົນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ, ປະຊາຊົນ​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ຊອກ​ຫຼິກທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຮີ່ງ​ຫງອກ​ເຊີ​ນ ປາດ​ຖະໜາ​ວ່າ, ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ດີ​ເດັ່ນ​ໃນ​ປະຊາຊົນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ແຂວງ​ດັກ​ລັກ, ດ້ວຍ​ອິດ​ທິພົນ​ຊື່​ສຽງ​ຂອງ​ຕົນ ຈະຕັ້ງໜ້າ​ສືບ​ຕໍ່​ນຳ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ​ເຂົ້າ​ໃນ​ຊີ​ວິດ​ຕົວ​ຈິງ; ​ເປັນ​ແບບຢ່າງ​ໃນ​ການ​ອອກ​ແຮງ​ງານ, ທຳ​ການ​ຜະລິດ, ຂະ​ບວນ​ການ​ປົກ​ປັກ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບນ້ອຍ… ສືບ​ຕໍ່​ປະກອບສ່ວນ​ພ້ອມ​ກັບ​ຄະນະ​ພັກ​ແຂວງ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ ດັກ​ລັກ ​ໃຫ້​ນັບ​ມື້​ນັບ​ຮັ່ງມີ ​ແລະ ສວຍ​ງາມ​ກວ່າ.

ຂ່າວ/ບົດ​ອື່ນ