ຮອງປະທານສະພາແຫ່ງຊາດໂດ໋ບ໋າຕິພົບປະຄະນະຜູ້ແທນເຂົ້າຮ່ວມລາຍການ“ປະເທດຊາດສັງເກດຈາກທະເລ”

ຮອງປະທານສະພາແຫ່ງຊາດໂດ໋ບ໋າຕິພົບປະຄະນະຜູ້ແທນເຂົ້າຮ່ວມລາຍການ“ປະເທດຊາດສັງເກດຈາກທະເລ” - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​​ໂດ໋ບ໋າ​ຕິ
(ພາບປະກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 3/6, ທີ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​​ໂດ໋ບ໋າ​ຕິ ​ໄດ້​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ຕາງໜ້າ​​ໃຫ້​ບັນດາ​ກຳລັງ​ເຄື່ອນ​ໄຫວ​ບົນ​ທະ​ເລ, ການ​ນຳ​ບັນດາ​ເມືອງ​ເກາະ ​ເຈື່ອງ​ຊາ, ຮ່ວາງ​ຊາ, ຫຼີ​ເຊີນ ​ແລະ ບັນດາ​ນັກຮົບ​ເກົ່າ​ທີ່​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ ມາ​ຮ່າ​ໂນ້ຍ​ເຂົ້າ​ຮ່ວມ​ລາຍການ “ປະ​ເທດ​ຊາດ​ສັງ​ເກດ​ຈາກ​ທະ​ເລ”. ນະ​ທີ່​ນີ້, ທ່ານ ​ໂດ໋ບ໋າ​ຕິ ​ໄດ້​ເນັ້ນ​ໜັກ​ວ່າ: ​ໃນ​ສະພາບ​ການ​ໂລ​ກ, ພາກ​ພື້ນ ​ແລະ ທະ​ເລ​ຕາ​ເວັນ​ອອກ​ມີ​ຄວາມ​ສັບສົນ​ຫຼາຍ​ຢ່າງນັ້ນ, ພັກ, ລັດ ຫວຽດນາມ ຍາມ​ໃດ​ກໍ່​ຢັ້ງຢືນ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ໃນ​ນັ້ນ​ມີ​ບັນດາ​ເຂດ​ທະ​ເລ, ໝູ່​ເກາະ​ທີ່​ສັກກະ​ລະ​ບູຊາ, ທີ່​ບໍ່​ອາດ​ລ່ວງ​ລຳ້​ໄດ້. ປະຊາຊົນ ຫວຽດນາມ​ ​ເດັດ​ດ່ຽວ, ຢຶດໝັ້ນ​ການ​ຕໍ​່ສູ້​ປົກ​ປັກຮັກສາ​ເອກະລາດ, ອະທິປະ​ໄຕ, ​ເສ​ລີ​ພາບ ​ແລະ ​ຜືນ​​ແຜ່ນດິນ​ອັນ​ຄົບ​ຖ້ວນ. ​ເພື່ອ​ປົກ​ປັກ​ຮັກສາທະ​ເລ, ໝູ່​ເກາະ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງຕ້ອງການ, ໜ້າ​ທີ່​ໃນ​ສະພາບ​ການ​ໃໝ່, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໂດ໋ບ໋າ​ຕິ ສະ​ເໜີ​ບັນດາ​ກຳລັງ​ເຄື່ອນ​ໄຫວ​ບົນ​ທະ​ເລ​ກຳ​ແໜ້ນ​ສະ​ພາບ​ການ, ​ເປັນ​ເສນາ​ທິການ, ນຳສະ​ເໜີ​ວິທີການ​​ແກ້​ໄຂ​ຢ່າງ​ທັນ​ການ, ຊັດ​​ເຈນ, ບໍ່​ປະ​ໃຫ້​ຖືກ​ຕົກ​ຢູ່​ໃນ​ທ່າ​ຮັບ, ກະທັນຫັນ​ໃນ​ທຸກໆ​ກໍລະນີ, ຢຶດໝັ້ນ​ຕໍ່ສູ້​ດ້ວຍ​ມາດ​ຕະການ​ສັນຕິພາ​ບົນ​ພື້ນຖານ​ກົດໝາຍ​ສາກົນ.
ຂ່າວ/ບົດ​ອື່ນ