ຮອງລັດຖະມົນຕີກະຊວງຕຳຫຼວດໂຕເລີມຕ້ອນຮັບເອກອັກຄະລັດຖະທູດອາເມລິກາ,ສະຫະພາບເອີລົບ,ອົດສະຕາລີ

ຮອງລັດຖະມົນຕີກະຊວງຕຳຫຼວດໂຕເລີມຕ້ອນຮັບເອກອັກຄະລັດຖະທູດອາເມລິກາ,ສະຫະພາບເອີລົບ,ອົດສະຕາລີ - ảnh 1
ທ່ານ ໂຕເລີມ ຕ້ອນຮັບບັນດາເອກອັກຄະລັດຖະທູດ
(ພາບ: cand.com.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 23/02 ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ​ໂຕ​ເລີມ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Ted Osius ​ເອກ​ອັກ​ຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ, ທ່ານ Delphine Malard ອຸປະ​ທູດ​ຊົ່ວຄາວສະຫະພາບ ​ເອີ​ລົບ, ທ່ານ Hugh Borrowman ​ເອກ​ອັກຄະ​ລັດຖະທູດ ອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ ​ແລະ ທ່ານ David Devine ​ເອ​ກ ອັກຄະ​ລັດຖະທູດ ກາ​ນາ​ດາ ປະຈຳ ຫວຽດນາມ ທີ່​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ກະຊວງ​ຕຳຫລວດ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ພົນ​ໂທ ​ໂຕ​ເລີມ ຖື​ວ່າ: ​ໃນ​ໄລຍະ​ຜ່ານ​ມາ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ ອາ​ເມ​ລິ​ກາ - ສະຫະພາບ ​ເອີ​ລົບ - ອົດ​ສະ​ຕາ​ລີ ​ແລະ ກາ​ນາ​ດາ ​ໃນ​ບັນດາ​ຂົງ​ເຂດ​ຄື: ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ…​ໄດ້ຮັບ​ການ​​ເພີ່ມ​ທະວີ, ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫລວດ ​ໂຕ​ເລີມ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ບັນດາ​ເອກ​ອັກຄະ​ລັດຖະທູດ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ​ກະຊວງ​ຕຳຫລວດ​ກັບ​ບັນດາອົງການ​ປະຕິບັດ​ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ​ເວົ້າ​ສະ​ເພາະ​​ໃຫ້ນັບ​ມື້​ນັບ​ພັດທະນາ​ຢ່າງດີງາມ.

 

ຂ່າວ/ບົດ​ອື່ນ