ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມຢ້ຽມຢາມ,ເຮັດວຽກຢູ່ສຳນັກວາຕີກັງ

ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມຢ້ຽມຢາມ,ເຮັດວຽກຢູ່ສຳນັກວາຕີກັງ - ảnh 1
ທ່ານຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ
ບຸ່ຍ​ແທງ​ເຊີນ ໄດ້​ຢ້ຽມ​ຢາມສຳ​ນັກວາ​ຕີ​ກັງ
(ພາບ: TTXVN)


(vovworld) - ​ໃນ​ລະ​ຫວ່າງວັນ​ທີ 24 – 26/10, ທ່ານຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ບຸ່ຍ​ແທງ​ເຊີນ ໄດ້​ຢ້ຽມ​ຢາມສຳ​ນັກວາ​ຕີ​ກັງ ແລະ ພ້ອມ​ກັບ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສຳ​ນັກ​ວາ​ຕີ​ກັງ Antoine Camilleri ເປ​ັນ​ປະ​ທານກອງ​ປະ​ຊຸມ​ຮອບ​ທີ 6 ກຸ່​​ມ​ປະ​ຕ​ິ​ບັດ​ງານ​ປະ​ສົມ​ຫ​ວຽດ​ນາມ - ວາ​ຕີ​ກັງ. ທີ່ກອງ​ປະ​ຊຸມ, ທ່ານ ບຸ່ຍ​ແທງ​ເຊີນ ຢືນ​ຢັນ​ວ່າ, ຍາມ​ໃດພັກ ແລະ ລັດ​ຫວຽດ​ນາມ ​ກ​ໍ​ປະ​ຕິ​ບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແລະ ​ປັບ​ປຸງລະ​ບົບ​ກົດ​ໝາຍ​, ນະ​ໂຍ​ບາຍ​ເຄົາ​ລົບ ແລະ ຮັບ​ປະ​ກັນ​ການ​ເຊື່ອ​ຖື​ສາ​ສະ​​ໜາ​ຂອງ​ປະ​ຊາ​ຊົນ​ຢ່າງບໍ່​ຢຸດຢັ້ງ. ຍາມ​ໃດ​ຫວຽດ​ນາມ ກ​ໍ່​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ຄວາມ​ຕ້ອງ​ການ​ຂອງສະ​ມາ​ຄົມ​ຄຼິດ​ທະ​ສາ​ສະ​ໜາ, ສ້າງ​ເງື​່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ກາ​ນ​ເຄື່ອນ​ໄຫວ​ຮັບ​ໃຊ້​​​ໃຫ້​ນັກ​ບວດ​ຂອງ​ສາ​ສະ​ໜາ​​ຄຼິດ ແລະ ເອົາ​ໃຈ​ໃສ່​ເຖິງ​ການ​ປັບ​ປຸງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງຊາວ​ຄຼິດ. ທ່ານ ບຸ່ຍ​ແທງ​ເຊີນ ສະ​ເໜີ​ໃຫ້​ໂບດ​ວາ​ຕີ​ກັງ ກ​ໍ​ຄື​ທູດ​ພິ​ເສດບໍ່​ປະ​ຈຳ​​ການຂອງ​ໂບດ ເອົາ​ໃຈ​ໃສ່, ສ​ົ່ງ​ເສີມສະ​ມາ​ຄົມ​ຄຼິດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ດຳ​ລົງ​ຊີ​ວິດ​ແບບ​ຢູ່​ໃນ​ສິນ​ກິນ​ໃນ​ທຳ, ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາຜູ້​​ມີ​ຍົດຖາ​ບັນ​ດາ​ສັກ ແລະ ຊາວ​​​ຄຼິດ ຢູ່​ແຫ່ງ​ຕ່າງໆ ຮ່ວມ​ເດ​ີນ​ທາງ​ພ້ອມ​ກັບ​ປະ​ເທດ​ຊາດເຂົ້າ​ຮ່ວມ ປະ​ກອບ​ສ່ວນຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ປະ​ເທດ​ຊາດ ແລະ ຢູ່​ແຕ່​ລະ​ທ້ອງ​ຖິ່ນ.

        ສ່ວນ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສຳ​ນັກ​ວາ​ຕີ​ກັງ Antoine Camilleri ໄດ້​ຕີ​ລາ​ຄາ​ສູງ​ເລື່ອງ​ບັນ​ດາ​ອົງ​ການ​ອຳ​ນາດ​ການ​ປົກ​ຄອງ​ຫວຽດ​ນາມ ສ້າງ​ເງື່ອ​ນ​ໄຂ​ສະ​ດວກ​ໃຫ້ ທູດ​ພິ​ເສດບໍ່​ປະ​ຈຳ​ການຂອງ​ສຳ​ນັກ​ວາ​ຕີ​ກັງ ປະ​ຕິ​ບັດ​ບັນ​ດາ​ການ​ຢ້ຽ​ມ​ຢາມ​​ເຮັດວຽກ​ງານ​ຢູ່​ຫວຽດ​ນາມ. ທ່ານ Antoine Camilleri ຢືນ​ຢັນ ສຳ​ນັກ​ວາ​ຕີ​ກັງ ປາດ​ຖະ​ໜ​າວ່າ​ການ​ພົວ​ພັນລະ​ຫວ່າງຫວຽດ​ນາມ - ວາ​ຕີ​ກັງ ຈະ​ນັບ​ນື້​ນັບ​ພັດ​ທະ​ນາ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ