ຮ່າງກົດໝາຍຄວບຄຸມປືນ,ລູກປືນບໍ່ໄດ້ຮັບການຮັບຮອງເອົາທີ່ສະພາສູງ

 ຮ່າງກົດໝາຍຄວບຄຸມປືນ,ລູກປືນບໍ່ໄດ້ຮັບການຮັບຮອງເອົາທີ່ສະພາສູງ - ảnh 1
ພາບປະກອບ:internet


(vovworld) - ​ວັນ​ທີ 17/4, ສະພາ​ສູງ​ອາ​ເມ​ລິ​ກາ ບໍ່​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ເພີ່ມ​ທະວີ​ການ​ຄວບ​ຄຸມ​ປືນ ​ແລະ ລູກປືນ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ປະລາ​ໄຊ​ໃນ​ຄວາມ​ມານະ​ພະຍາຍາມ​ໃນ​ຫລາຍ​ເດືອນ​ຜ່ານ​ມາ​ຂອງ​ທຳນຽບຂາວ ​ເພື່ອ​ສະກັດ​ກັ້ນ​ເຫດການ​ເຂັ່ນຂ້າຄື​ໄດ້​ເກີດ​ຂຶ້ນ​ເມື່ອ​ເດືອນ 12 ປີ 2012 ຢູ່​ລັດ Connecticut ​ເຮັດ​ໃຫ້ 26 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ມີ​ນັກຮຽນ 20 ຄົນ. ຍ້ອນ​ ​ໄດ້​ຮັບບັດ​ເຫັນ​ດີ​ພຽງ 54 ບັດ ໃນ​ຂະນະ​ມີ 46 ບັດ​ຄ້ານ ສະ​ນັ້ນ ຮ່າງ​ກົດໝາຍ​ດັ່ງກ່າວ​ບໍ່​ໄດ້​ຮັບ 2/3 ​ຈຳນວນບັດ​ຄື​ການກຳນົດ​ເພື່ອ​​ຮັບຮອງ​ເອົາ. ພາຍ​ຫລັງ​ມີ​ໝາກຜົນ​ການ​ປ່ອນ​ບັດ​ຂອງ​ສະພາ​ສູງ, ປະທານາທິບໍດີ Barack Obama ​ໄດ້​ຕຳ​ນິຕິ​ຕຽນ ຢ່າງ​ແຂງ​ແຮງ ​ແລະ ຖື​ວ່າ: ລັກສະນະ​ພັກ​ຝ່າຍ​ໄດ້​ທຳລາຍ​ຮ່າງ​ກົດໝາຍ​ສະບັບ​ຫນຶ່ງ​ຊື່​ງ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ຜູ້​ມີສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ປະທານາທິບໍດີ Obama ຖະ​ແຫລ​ງວ່າຈະສືບ​ຕໍ່​ມານະ​ພະຍາຍາມ​ຊຸກຍູ້​ວຽກ​ງານ​ກວດກາການ​ເຄື່ອນ​ໄຫວ​ຄ້າຂາຍ ​ແລະ ກຳມະສິດ​ປືນ, ລູກປືນ.

 

ຂ່າວ/ບົດ​ອື່ນ