ຮ່າງລັດຖະທຳມະນູນປີ 1992 (ສະບັບປັບປຸງ) ບັນລຸໄດ້ຄວາມເຫັນດີເຫັນພ້ອມຢ່າງສູງ

ຮ່າງລັດຖະທຳມະນູນປີ 1992 (ສະບັບປັບປຸງ) ບັນລຸໄດ້ຄວາມເຫັນດີເຫັນພ້ອມຢ່າງສູງ - ảnh 1
(ພາບປະກອບ)

(vovworld) –​ເນື້ອ​ໃນ​ຕົ້ນຕໍ​ຂອງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ຮັບ​ການ​ປັບປຸງ​ພາຍຫລັງ​ລວບ​ລວມຄຳ​ເຫັນ​ຂອງ​ປະຊາຊົນ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ ​ໂດຍ​ແມ່​ນຄະນະ​ຮຽບຮຽງ​ປັບປຸງ​ລັດຖະທຳ​ມະນູນ​ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ໃນ​ວາລະ​ປະຊຸມ​​ຕອນ​ເຊົ້າ​ວັນ​ທີ 22/10. ຕາມ​ນັ້ນ​ແລ້ວ, ຮັກສາ​ຊື່​ປະ​ເທດ ສສ ຫວຽດນາມ. ຮ່າງ​ລັດຖະທຳ​ມະນູນ​ກໍ​ໄດ້​ຢືນຢັນ​ບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ກ່ຽວ​ກັບ​ລະບອບ​ເສດຖະກິດ, ຄະນະ​ຮຽບຮຽງ​ປັບປຸງ​ລັດຖະທຳ​ມະນູນ ​ເຫັນ​ດີ​ເລືອກ​ເຟັ້ນວິທີ​ການ ກຳນົດ​ເສດຖະກິດ​ຫວຽດນາມ​ແມ່ນ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຕາມ​ກຳນົດ​ທິດ ສັງຄົມ​ນິຍົມ, ມີ​ຫລາຍ​ພາກສ່ວນ​ເສດຖະກິດ,​​ໃນ​ນັ້ນ ​ເສດຖະກິດ​ແຫ່ງ​ລັດ​ສວມ​ບົດບາດ​ຫລັກ​ແຫ​ລ່ງ​ແກ່ນສານ. ຕອນ​ບ່າຍ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​​ຮັບ​ຟັງ​ລັດຖະບານ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2013, ​ແຜນ​ງົບປະມານ​ແຫ່ງ​ລັດ ​ແລະ ວິທີ​ການ​ຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2014, ບົດ​ລາຍ​ງານ​ສະ​ຫລຸບ 3 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ໄລຍະ 2011-2015. ນອກ​ນັ້ນ ລັດຖະບານ​ຈະ​ຍື່ນ​         ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ວິທີ​ການຈຳຫນ່າຍ​ພັນທະບັດ​ລັດຖະບານ​ໄລຍະ 2014-2016.
​ກ່ຽວກັບເນື້ອ​ໃນ​ບົດ​ລາຍ​ງານ​ອະພິປາຍຮັບ​ເອົາ​ຄຳ​ເຫັນ​ຈາກ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ຄຳ​ເຫັນ​ຈາກ​ປະຊາຊົນ ກ່ຽວ​ກັບຮ່າງລັດຖະທຳ​ມະ​ນູນປີ 1992 (ສະບັບ​ປັບປຸງ) ​ແລະ ​ໃບ​ສະ​ເໜີ​ຮ່າງ​ມະຕິ​ກ່ຽວ​ກັບ​ການ​ປະຕິບັດຮ່າງລັດຖະທຳ​ມະ​ນູນປີ 1992 (ສະບັບ​ປັບປຸງປີ 2013) ​ສະ​ເໜີ​ທີ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ໃນ​ວັນ​ທີ 22 ຕຸລາ, ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ.

        ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫຼາຍ​ຄົນ​ຕີ​ລາຄາ​ກ່ຽວ​ກັບຮ່າງລັດຖະທຳ​ມະ​ນູນປີ 1992 (ສະບັບ​ປັບປຸງ) ທີ່​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຮັບ​ເອົາ​ຄຳ​ເຫັນ​ປະກອບ​ເປັນ​ພື້ນຖານ​ຂອງ​ປະຊາຊົນ, ສະ​ແດງ​​ໃຫ້​ເຫັນ​​ຄວາມ​ມຸ່ງ​ຫວັງ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ.

        ຜູ້​ມີ​ສິດ​ເລືອກ​ຕັ້ງ​ກໍ່​ສະ​ຫງວນຄວາມ​ສົນ​ໃຈ​ຕໍ່ການ​ກຳນົດ​ຂອງ​ລັດຖະທຳ​ມະນູນກ່ຽວ​ຖອນການ​ເກັບ​ທີ່​ດິນ​ຄືນ​ໃນຂໍ້​ທີ 3, ມາດ​ຕາ 54 ຂອງ​ຮ່າງ​ບົດ​ລາຍ​ງານ. ທ່ານ ຫວູກ໋ວກບາ​ວ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຮາຍ​ບ້າ​ຈຶງ, ຮ່າ​ໂນ້ຍ ມີ​ຄຳ​ເຫັນ​ວ່າ.

        “​ການ​ຖອນ​ທີ່​ດິນຄືນ​ເພື່ອ​ຈຸດໝາຍ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ສາທາລະນະ​ແມ່ນ​ຈຳ​ເປັນ. ສ່ວນ​ການຖອນທີ່​ດິນ​ຄືນ​​ເພື່ອ​ຈຸດໝາຍ​ເສດຖະກິດ ຕ້ອງ​ມີ​ການ​ຕົກລົງ​ກັນ​ກ່ຽວ​ກັບດ້ານ​ລາຄາ​ລະຫວ່າງ​ຫົວ​ໜ່ວຍ​ການ​ຖອນ​ທີ່​ດິນ​ຄືນ​ ​ແລະ ປະຊາຊົນ ​ເພື່ອ​ຫຼີກ​​ເວັ້ນສະພາບ​ຮ້ອງທຸກ ຮ້ອງ​ຟ້ອງ​ທີ່​ແກ່ຍາວ ​ແຕ່​ກໍ່​ບໍ່​ປະ​ໃຫ້​ສະພາບ​ປະຊາຊົນ​ທວງ​ເອົາລາຄາ​ສູງ​ກໍ່​ຄວາມ​ຫຍຸ້ງຍາກ​ໃນ​​ເລື່ອງ​ຖອນ​ທີ່​ດິນ​ຄືນ​”.

        ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ອື່ນໆ, ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ໄດ້​ເຫັນ​ດີ​ນຳ​ກັນ​ໂດຍຖື​ວ່າ ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ສັງ​ລວມ, ບັນຫາ​ພື້ນຖານ​ຂອງ​ລັດຖະທຳ​ມະນູນ ​​ແມ່ນ​ມີ​ຄວາມ​ເປັນ​ເອກະ​ພາບ​ນຳ​ກັນ​ຢ່າງສູງ.

ຂ່າວ/ບົດ​ອື່ນ