ຮ່າໂນ້ຍ ກ່ໍສ້າງກິດຈະກຳຄົມມະນາຄົມຂ່ຳນັບຮັບຕ້ອນ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ

(VOVWORLD) - ຕອນເຊົ້າວັນທີ 6 ຕຸລາ, ຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງກິດຈະກຳຄົມມະນາຄົມນະຄອນຫຼວງ ຮ່າໂນ້ຍ ໄດ້ເລີ່ມລົງມືກໍ່ສ້າງໂຄງການທາງອຸໂມງເສັ້ນທາງອ້ອມຮອບນະຄອນຫຼວງ 2,5 Km ຜ່ານຖະໜົນ ຢາຍຟ໊ອງ.
ຮ່າໂນ້ຍ ກ່ໍສ້າງກິດຈະກຳຄົມມະນາຄົມຂ່ຳນັບຮັບຕ້ອນ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ - ảnh 1ພາບປະກອບ

ເພື່ອສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 – 20/10/2022), ນະຄອນຫຼວງ ຮ່າໂນ້ຍ ໄດ້ເປີດສະຫຼອງ ແລະ ເລີ່ມລົງມືກໍ່ສ້າງຫຼາຍກິດຈະກຳຄົມມະນາຄົມຈຸດສຸມ.

        ຕອນເຊົ້າວັນທີ 6 ຕຸລາ, ຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງກິດຈະກຳຄົມມະນາຄົມນະຄອນຫຼວງ ຮ່າໂນ້ຍ ໄດ້ເລີ່ມລົງມືກໍ່ສ້າງໂຄງການທາງອຸໂມງເສັ້ນທາງອ້ອມຮອບນະຄອນຫຼວງ 2,5 Km ຜ່ານຖະໜົນ ຢາຍຟ໊ອງ. ທາງອຸໂມງນີ້ໄດ້ຮັບການກໍ່ສ້າງຢູ່ຈຸດຕັດກັບໂຄງການກໍ່ສ້າງຢູ່ຖະໜົນ ຢ້າຍຟ໊ອງ (ທາງຫຼວງ 1A).

        ວັນທີ 7 ຕຸລາ, ຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງກິດຈະກຳຄົມມະນາຄົມນະຄອນຮ່າໂນ້ຍ ສືບຕໍ່ເລີ່ມລົງມືກໍ່ສ້າງໂຄງການເພີ່ມທະວີການຄົມມະນາຄົມຢູ່ເຂດຕົວເມືອງໃຫ້ຍືນຍົງແກ່ໂຄງການເສັ້ນທາງລົດໄຟເລກ 3 ຮ່າໂນ້ຍ. ຄາດວ່າ, ໂຄງການເສັ້ນທາງລົດໄຟຢູ່ເຂດຕົວເມືອງເລກ 3 ຮ່າໂນ້ຍ ຈະກໍ່ສ້າງສຳເລັດໃນປີ 2026.

ຕອບກັບ

ຂ່າວ/ບົດ​ອື່ນ