ຮ່າ​ໂນ້ຍ ຈັດ​ຕັ້ງ​ກອງ​ປະ​ຊຸມ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ​້​ແກ່ ວິ​ສາ​ຫະ​ກິດ

(VOVWORLD) - ເພື່ອແນໃສ່ການໜູນຊ່ວຍ, ຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ຕອນເຊົ້າວັນທີ 6 ພະຈິກ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມ "ສົນທະນາເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດໃນບໍລິເວນນະຄອນ ໃນສະພາບໂລກລະບາດໂຄວິດ - 19". ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນເກືອບ 150 ທ່ານ ທີ່ເປັນຜູ້ຕາງໜ້າກະຊວງ, ຂະແໜງການສູນກາງຈຳນວນໜຶ່ງ;  ສະຫະສະມາຄົມວິສາຫະກິດ, ຂະແໜງອາຊີບ, ວິສາຫະກິດທີ່ພວມເຄື່ອນໄຫວໃນບໍລິເວນ.
ຮ່າ​ໂນ້ຍ ຈັດ​ຕັ້ງ​ກອງ​ປະ​ຊຸມ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ​້​ແກ່ ວິ​ສາ​ຫະ​ກິດ - ảnh 1ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕ໊ຽນຢຸງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕ໊ຽນຢຸງ ເນັ້ນໜັກວ່າ ເຖິງວ່າ ຍອດປະລິມານຜະລິດຕະພັນທັງໝົດໃນບໍລິເວນ (GRDP) ຂອງນະຄອນໃນ 9 ເດືອນຜ່ານມາ ມີການເຕີບໂຕເປັນບວກກໍຕາມ, ແຕ່ຍັງຕ່ຳກວ່າເມື່ອທຽບໃສ່ແຜນການທີ່ໄດ້ວາງອອກ. ມາຮອດປັດຈຸບັນ, ເຖິງວ່າຈຳນວນວິສາຫະກິດກັບມາເຄື່ອນໄຫວຄືນໃໝ່ໄດ້ເພີ່ມຂຶ້ນ 76% ແລ້ວ, ແຕ່ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງວິສາຫະກິດຍັງຊັກຊ້າຢູ່, ບາງລະບົບສະໜອງສິນຄ້າ, ການບໍລິການຍັງຖືກຕັດຕອນ; ການແລກປ່ຽນຄ້າຂາຍສິນຄ້າ, ການໄປມາຂອງນັກທຸລະກິດ, ນັກຊ່ຽວຊານ, ຊາວຜູ້ອອກແຮງງານກໍ່ມີບັນຫາ. ເພາະສະນັ້ນ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕ໊ຽນຢຸງ ຢັ້ງຢືນວ່າ:

        “ຮ່ວມເດີນທາງ ແລະ ແບ່ງປັນຄວາມຫຍຸ້ງຍາກກັບວິສາຫະກິດ, ດ້ວຍທິດນຳທີ່ວ່າ ກຳລັງແຮງຂອງວິສາຫະກິດ ແມ່ນສຸກຳລັງແຮງຂອງພື້ນຖານເສດຖະກິດ, ອຳນາດການປົກຄອງນະຄອນໄດ້ ແລະ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ປະຕິບັດມາດຕະການຢ່າງຄົບຊຸດເພື່ອຄວບຄຸມໂລກລະບາດໃຫ້ໄດ້ໂດຍໄວ ແລະ ໄວທີ່ສຸດ; ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກເພື່ອຮັກສາ ແລະ ຟື້ນຟູການຜະລິດດຳເນີນທຸລະກິດ, ຫຼຸດຜ່ອນຜົນກະທົບຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19.”

 


ຕອບກັບ

ຂ່າວ/ບົດ​ອື່ນ