ຮ່າໂນ້ຍ ຍູ້ແຮງການ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນລະບົບບໍລິຫານ

ຮ່າໂນ້ຍ ຍູ້ແຮງການ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນລະບົບບໍລິຫານ - ảnh 1
(ພາບປະກອບ)

(vovworld) – ​ໃນ​ບົດ​ລາຍ​ງານ​ທີ່​ການ​ປະຊຸມ​ຂ່າວ​ປະຈຳ​​ໄລ​ຍະ ກ່ຽວ​ກັບ​ໝາກຜົນ​ວຽກ​ງານ​ປະຕິ​ຮູບ​ການ​ບໍລິຫານ, ວຽກ​ງານ​ຮັບ​ສະໝັກ​ລັດຖະກອນ, ພາລະ​ກອນ​ປີ 2014 ​ແລະ ທິດ​ທາງ, ໜ້າ​ທີ່​ຈຸດ​ສຸມ​ປີ 2015, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 13/01, ​ໂດຍ​ຄະນະ​ພັກ​ນະຄອນ​ຮ່າໂນ້ຍ ຈັດ​ຕັ້ງ, ​ໃຫ້​ຮູ້​ວ່າ: ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ໃນ​ວຽກ​ງານ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານປີ 2015 ຂອງ​ນະຄອນ​ຮ່າ​ໂນ້ຍ ​ແມ່ນ​ຍູ້​ແຮງ​ການ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​​ໃນ​ການ​ເຄື່ອນ​ໄຫວຂອງ​ບັນດາ​ອົງການ​ແຫ່ງ​ລັດ ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ວິທີ​ບໍລິຫານ​ຂອງ​ລະບົບ​ການ​ບໍລິຫານ, ສ້າງ​ຄວາມ​ເປີດ​ເຜີຍ, ກະຈາ​ງ​ແຈ້ງ​ໃນ​ວຽກ​ງາ​ນຄຸ້ມ​ຄອງ​ລັດ. ທ້າຍ​ປີ 2015, ຮັບປະກັນ​ສະໜອງ 15 – 20% ການ​ບໍລິການ​ຂອງ​ລັດ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດບັນລຸ​ລະດັບ 3, 4; ຫັນ​​ການ​ບໍລິຫານ​ເປັນ​ທັນ​ສະ​​ໄໝ​ຢູ່​ບັນດາ​ຕາ​ແສງ, ​ເທດສະບານ​ເມືອງ, ກໍ່ສ້າງ ​ແລະ ນຳ​ໃຊ້​ລະບົບບາ​ໂຄດ​ຢູ່ 100% ບັນດາ​ອົງການ​ບໍລິຫານ​ຂັ້ນ​ຕາ​ແສງ.

        ປີ 2014, ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ຢູ່​ຮ່າ​ໂນ້ຍ ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງ​ໜ້າ, ຈຳນວນ​ລະບຽບ​ການ​ບໍລິຫານ​ໄດ້​ຮັບ​ການປະກາດ, ​ເປີດ​​ເຜີຍຢ່າງ​ຄົບ​ຖ້ວນ​ຕາມ​ຂໍ້​ກຳນົດ, ​​ເລື່ອງ​ແກ້​ໄຂ​ລະບຽບ​ການ​ບໍ​ລິ​ຫານ​ໄດ້​ຮັບ​ການ​ປະ​ກັນຄຸນ​ນະພາ​ບ, ທັນ​ການ ​ແລະ ຖືກ​ຕາມ​ກົດໝາຍ. ​ເລື່ອງ​ປະຕິບັດ​ກົນ​​ໄກ​ປະຕູ​ດຽວ, ກົນ​ໄກ​ເຊື່ອມ​ຕໍ່​ໄດ້​ເປັນ​ລະບຽບ​ຕາມ​ທິດ​ເປີດ​ເຜີຍ, ກະຈາງ​ແຈ້ງ, ​ຊ່ວຍ​ຫຼຸດຜ່ອນ​ເວລາ​ໄປ​ມາ​ໃຫ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ