ຮ່າໂນ້ຍ ປຸກລະດົມເດືອນຈຸດສູງ “ເພື່ອຄົນທຸກຍາກ ແລະ ໜູນຊ່ວຍສັງຄົມ” ປີ 2023

(VOVWORLD) - ຮ່າໂນ້ຍ ໄດ້ວາງຄາດໝາຍແຕ່ລະປີຈະຫຼຸດຈຳນວນຄອບຄົວທຸກຍາກລົງແຕ່ 25% ຫາ 30% ຈຳນວນຄອບຄົວທຸກຍາກ
ຮ່າໂນ້ຍ ປຸກລະດົມເດືອນຈຸດສູງ “ເພື່ອຄົນທຸກຍາກ ແລະ ໜູນຊ່ວຍສັງຄົມ” ປີ 2023 - ảnh 1ພິທີໄຂເດືອນຈຸດສູງ “ເພື່ອຄົນທຸກຍາກ ແລະ ໜູນຊ່ວຍສັງຄົມ” ປີ 2023
(ພາບ: TTXVN)
 
 

ຕອນຄ່ຳວັນທີ 03 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີໄຂເດືອນຈຸດສູງ “ເພື່ອຄົນທຸກຍາກ ແລະ ໜູນຊ່ວຍສັງຄົມ” ປີ 2023.

          ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ເຈິນຊີ້ແທງ ເນັ້ນໜັກວ່າ, ທາງນະຄອນຍາມໃດກໍກຳນົດການຮັບປະກັນການໜູນຊ່ວຍສັງຄົມ ແລະ ການປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແມ່ນວຽກງານການເມືອງສຳຄັນ. ໃນໄລຍະ 2022 – 2025, ຮ່າໂນ້ຍ ໄດ້ວາງຄາດໝາຍແຕ່ລະປີຈະຫຼຸດຈຳນວນຄອບຄົວທຸກຍາກລົງແຕ່ 25% ຫາ 30% ຈຳນວນຄອບຄົວທຸກຍາກ ແລະ ຄອບຄົວໃກ້ຈະທຸກຍາກແມ່ນ 10%; ສູ້ຊົນເພື່ອຮອດທ້າຍປີ 2025, ທາງນະຄອນຈະບໍ່ມີຄອບຄົວທຸກຍາກໂດຍພື້ນຖານ. ທ່ານ ເຈີ່ນຊີແທງ ຫວັງວ່າ:

 “ໂດຍສືບຕໍ່ບັນດາຜົນງານທີ່ບັນລຸໄດ້, ເດືອນຈຸດສູງ “ເພື່ອຄົນທຸກຍາກ” ປີ 2023 ຈະແມ່ນໂອກາດເພື່ອໃຫ້ ແຕ່ລະອົງການ, ອົງການຈັດຕັ້ງ, ວິສາຫະກິດ ຢູ່ນະຄອນ ແລະ ປະຊາຊົນນະຄອນຫຼວງ ສືບຕໍ່ສະແດງໃຫ້ເຫັນ “ນ້ຳໃຈອຸ້ມຊູຊ່ວຍເຫຼືອຊຶ່ງກັນແລະກັນ”, ດ້ວຍບັນດາການກະທຳແທດຈິງ, ລະອຽດເພື່ອໜູນຊ່ວຍ ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຮ່ວມແຮງຮ່ວມໃຈປະຕິບັດເປົ້າໝາຍໜູນຊ່ວຍເຮືອນຢູ່ໃຫ້ບັນດາຄອບຄົວ ທຸກຍາກ, ຄອບຄົວໃກ້ຈະທຸກຍາກ.”

          ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນນະຄອນ, ຄະນະກຳມະການສູນກາງແນວໂຮມປະເທດ ຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ ໄດ້ປຸກລະດົມການສະໜັບສະໜູນກອງທຶນ “ເພື່ອຄົນທຸກຍາກ”; ມອບທຶນໜູນຊ່ວຍໃຫ້ 245 ຄອບຄົວທຸກຍາກໃນນະຄອນ. ພິເສດ, ຄະນະຂົນຂວາຍ “ກອງທຶນເພື່ອຄົນທຸກຍາກ” ນະຄອນ ຮ່າໂນ້ຍ ໄດ້ຮັບຈຳນວນເງິນສະໜັບສະໜູນກວ່າ 50 ຕື້ດົ່ງ (ກວ່າ 2 ລ້ານ USD) ຈາກບັນດາອົງການ, ວິສາຫະກິດ ແລະ ສ່ວນບຸກຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ