ຮ່າ​ໂນ້ຍ ໄດ້​ເຂົ້າ​ໃນກຸ່ມ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ທີ່​ສຸດ​ໃນ​ໂລກ

(VOVWORLD) -ວາລະສານ Time ຂອງ ອາເມລິກາ ກໍໄດ້ເລືອກເອົາ ນະຄອນຫຼວງ ຮ່າໂນ້ຍ ເປັນ 1 ໃນ 3 ສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ ທີ່ນອນໃນກຸ່ມ 100 ສະຖານທີ່ທ່ອງທ່ຽວງາມທີ່ສຸດໃນໂລກ, ນັ້ນຄື: ນະຄອນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ຝູກວັກ (ກຽນຢາງ).
ຮ່າ​ໂນ້ຍ ໄດ້​ເຂົ້າ​ໃນກຸ່ມ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ທີ່​ສຸດ​ໃນ​ໂລກ - ảnh 1ໜອງຮວ່າງກ໊ຽມ (ພາບ: TTXVN)

ເວັບໄຊ Trip Advisor ໄດ້ຈັດນະຄອນ ຮ່າໂນ້ຍ ຢູ່ອັນດັບທີ 2 ໃນບັນຊີລາຍຊື່ກຸ່ມ 25 ສະຖານທີ່ທ່ອງທ່ຽວນິຍົມທີ່ສຸດໃນ ອາຊີ ແລະ ອັນດັບທີ 6 ໃນບັນຊີລາຍຊື່ກຸ່ມ 25 ສະຖານທີ່ທ່ອງທ່ຽວນິຍົມທີ່ສຸດໃນໂລກ. ເວັບໄຊການທ່ອງທ່ຽວ Worldpackers ຂອງ ອາເມລິກາ ໄດ້ແນະນຳນະຄອນ ຮ່າໂນ້ຍ ວ່າເປັນ 1 ໃນ 10 ນະຄອນທີ່ມີຄ່າໃຊ້ຈ່າຍຖືກທີ່ສຸດສຳລັບຄົນຕ່າງປະເທດ. ວາລະສານ Time ຂອງ ອາເມລິກາ ກໍໄດ້ເລືອກເອົາ ນະຄອນຫຼວງ ຮ່າໂນ້ຍ ເປັນ 1 ໃນ 3 ສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ ທີ່ນອນໃນກຸ່ມ 100 ສະຖານທີ່ທ່ອງທ່ຽວງາມທີ່ສຸດໃນໂລກ, ນັ້ນຄື: ນະຄອນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ຝູກວັກ (ກຽນຢາງ).

        ນອກຈາກນັ້ນແລ້ວ, ເວັບໄຊກ່ຽວກັບການທ່ອງທ່ຽວສາກົນ Holidu ຂອງ ອັງກິດ ໄດ້ຈັດນະຄອນ ຮ່າໂນ້ຍ ຢູ່ອັນດັບທີ 18 ໃນບັນຊີລາຍຊື່ 147 ນະຄອນ - ບ່ອນພັກຜ່ອນ ແລະ ເຮັດວຽກດີທີ່ສຸດໃນໂລກ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ