ເກຼັກຈະໄດ້ຮັບ13ຕື້ເອີໂຣທຳອິດໃນບ້ວງເງິນກູ້ຊ່ວຍໃໝ່ເພື່ອໃຊ້ໜີ້

ເກຼັກຈະໄດ້ຮັບ13ຕື້ເອີໂຣທຳອິດໃນບ້ວງເງິນກູ້ຊ່ວຍໃໝ່ເພື່ອໃຊ້ໜີ້ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 19/08, ກົນ​ໄກ​ຄວາມ​ໝັ້ນຄົງ​ເອີ​ລົບ (EMS) ​ໄດ້​ຮັບຮອງ​ເອົາ​ບ້ວງ​ເງິນ​ກູ້​ຊ່ວຍ​ສາກົນ​ທີ 3 ທີ່​ສະ​ຫງວນ​ໃຫ້​ເກຼັກ ມີ​ມູນ​ຄ່າ 86 ຕຶ້ ​​ເອີ​ໂຣ, ຜ່ານ​ນັ້ນ ​ໄດ້​ເລີ່​ມປ່ອຍ​ບ້ວງ​ເງິນກູ້​ຊ່ວຍທຳ​ອິດ​ມີ​ມູນ​ຄ່າ 13 ຕື້​ເອີ​ໂຣ ​ໃຫ້ Athens, ກ່ອນ​ເວລາ​ທີ່​ ​ເກຼັກ ຕ້ອງ​ຊຳລະ​ບ້ວງ​ເງິນ 3,2 ຕື້​ເອີ​ໂຣ ​ໃຫ້​ທະນາຄານ​ສູນ​ກາງ​ເອີ​ລົບ (ECB) 1 ວັນ. ດ້ວຍ​ຖາ​ນະ​ແມ່ນ 1 ​ໃນ​ຈຳນວນ 4 ​ເຈົ້າ​ໜີ້​ຂອງ​ເກຼັກ, EMS ​ຢືນຢັນ​ວ່າ ພາຍຫຼັງ​ກອງ​ປະຊຸມ​ໂດ​ຍກົງ​ຜ່ານ​ເຄືອ​ຂ່າ​ຍອິນ​​ເຕີ​ແນ​ດຂອງຄະນະອຳ​ນວຍ​ການ​, EMS ໄດ້​ຕົກລົງ​ກ່ຽວ​ກັບ​ໂຄງການ​ກູ້​ຊ່ວຍ​ໃຫ້​ເກຼັກ.

ຂ່າວ/ບົດ​ອື່ນ