ເກຼັກບັນລຸຂໍ້ຕົກລົງກັບບັນດາເຈົ້າຫນິ້ສາກົນກ່ຽວກັບມາດຕະການປະຕິຮູບ

(VOVWORLD) -ວັນທີ 19 ພຶດສະພາ, ຄະນະກຳມະການເອີລົບ (EC) ໄດ້ປະກາດວ່າ: ເກຼັກ ບັນລຸໄດ້ຂໍ້ຕົກລົງກັບບັນດາເຈົ້າຫນິ້ຢູ່ກອງປະຊຸມບັນດາລັດຖະມົນຕີການເງິນ Eurozone ຫລືເອີ້ນວ່າ Eurogroup ໃນວັນທີ 24 ພຶດສະພາ ແລະ ຈະປະຕິບັດມາດຕະການປະຕິຮູບນີ້ຕໍ່ຫນ້າກອງປະຊຸມອື່ນໃນວັນທີ 21 ມີຖຸນາ.
ເກຼັກບັນລຸຂໍ້ຕົກລົງກັບບັນດາເຈົ້າຫນິ້ສາກົນກ່ຽວກັບມາດຕະການປະຕິຮູບ - ảnh 1 ຊາວ ເກຼັກ ຊື້ສິນຄ້າທີ່ຕະຫລາດແຫ່ງຫນຶ່ງ ຢູ່  Athens

ເຖິງຢ່າງໃດກໍຕາມ, ຄຳປະກາດຂອງ EC ບໍ່ໃຫ້ຮູ້ລາຍລະອຽດຕື່ມ. ປະຈຸບັນ ເກຼັກ ເກືອບຄືວ່າ ພວມຜ່ານຜ່າວິກິດການຫນີ້ສາທາລະນະຊື່ງໄດ້ຍູ້ພື້ນຖານເສດຖະກິດປະເທດນີ້ຕົກເຂົ້າສູ່ສະພາບຊຸດໂຊມຢ່າງແຮງໃນຫລາຍທົດສະວັດ, ນາມຂູ່ເຮັດໃຫ້ພາກພື້ນໃຊ້ສະກຸນເງິນເອີໂຣລວມ ຖືກແຕກແຫງ. ນັບແຕ່ປີ 2010, ເກຼັກ ໄດ້ຮັບບ້ວງເງິນກູ້ຊ່ວຍລະດັບສະຖິຕິຂຶ້ນເຖິງ 260 ຕື້ ເອີໂຣ.

ຕອບກັບ

ຂ່າວ/ບົດ​ອື່ນ