ເກີດເຫດຍິງປືນຄາດຕະກຳຢູ່ແດນໝາກ

ເກີດເຫດຍິງປືນຄາດຕະກຳຢູ່ແດນໝາກ - ảnh 1
ຮ້ານ​ກາ​ເຟ​ຮ້ານ​ໜຶ່ງ​ຢູ່​ນະ​ຄອນຫຼວງ ໂກ​ແປນ​ຮາ​ແຊນ ຂອງ​ແດນ​ໝາກ ຖືກ​ຍິງ​ປືນ


(vovworld)- ຕອນ​ເຊົ້າ​ວັນ​ທີ 15/2, ໄດ້​ເກີດ​ເຫດ​ຍິງ​ປືນ​ຄາດ​ຕະ​ກຳ​ຢູ່​ນະ​ຄອນຫຼວງ ໂກ​ແປນ​ຮາ​ແຊນ ຂອງ​ແດນ​ໝາກ ອັນ​ໄດ້​ເຮັດ​ໃຫ້ 3 ຄົນ​ໄດ້​ຮັບ​ບາດ​ເຈັບ. ຕາມ​ຕຳຫຼວດ​ແດນ​ໝາກ​ແລ້ວ, ເຫດ​ຍິງ​ປືນ​ຄາດ​ຕະ​ກຳນີ້​ໄດ້​ເກີດ​ຂຶ້ນ​ຢູ່ມໍ່​ກັບ​ສະ​ຖານີ​ລົດ​ໄຟ Norreport ເຮັດ​ໃຫ້​ຕຳຫຼວດ 2 ຄົນ ແລະ ສາ​ມັນ​ຊົນ 1 ຄົນ​ໄດ້​ຮັບ​ບາດ​ເຈັບ. ກ່ອນ​ໜ້ານັ້ນ, ໃນ​ຕອນ​ບ່າຍ​ວັນ​ທີ 14/2 ມີ​ບຸກ​ຄົນ​ໜຶ່ງ​ໄດ້​ຍິງ​ປືນ​ໃສ່​ຮ້ານ​ກາ​ເຟ​ຮ້ານ​ໜຶ່ງ​ຢູ່​ນະ​ຄອນຫຼວງ ໂກ​ແປນ​ຮາ​ແຊນ ຂອງ​ແດນ​ໝາກ ອັນ​ໄດ້​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 1 ຄົນ ແລະ 3 ຄົນ​ໄດ້​ຮັບ​ບາດ​ເຈັບຢູ່​ທີ່​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສາ​ສະ​ໜາ​ອິດ​ສະ​ລາມ ແລະ ສິດ​ເສ​ລີ​ໃນ​ການ​ປາກ​ເວົ້າ​ຂອງ​ບັນ​ດາ​ນັກ​ຈິດ​ຕະ​ດອນ​ແຕ້ມ​ພາບ​ເຢາະ​ເຢີ້ຍ.

 

ຂ່າວ/ບົດ​ອື່ນ